ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໕ ພຶດສະພາ ໒໐໒໔

ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຮົງ​ກົງ ຍົກ​ເລີກ​ຄະ​ດີ ຕໍ່​ທ່ານ​ຈິມ​ມີ ຫຼາຍ ເຈົ້າ​ຂອງ​ໜັງ​ສື​ພິມ​ອິດ​ສະ​ຫຼະ


ຫົວ​ໜ້າ​ຍຸ​ຕິ​ທຳ ທ່ານ​ແອນດ​ຣູ ເຈິງ ກ່າວ​ໃນ​ລະ​ຫວ່າງ​ພິ​ທີ​ເປີດ​ປີ​ໃໝ່​ທາງ​ດ້ານ​ກົດ​ໝາຍ ຢູ່​ທີ່​ຮົງ​ກົງ ເມື່ອ​ວັນ​ທີ 22 ມັງ​ກອນ 2024.
ຫົວ​ໜ້າ​ຍຸ​ຕິ​ທຳ ທ່ານ​ແອນດ​ຣູ ເຈິງ ກ່າວ​ໃນ​ລະ​ຫວ່າງ​ພິ​ທີ​ເປີດ​ປີ​ໃໝ່​ທາງ​ດ້ານ​ກົດ​ໝາຍ ຢູ່​ທີ່​ຮົງ​ກົງ ເມື່ອ​ວັນ​ທີ 22 ມັງ​ກອນ 2024.

ໃນ​ຂະ​ນະ​ທີ່​ ປີ​ການ​ທາງ​ດ້ານ​ກົດ​ໝາຍ ​ຂອງ​ຮົງ​ກົງ ​ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ຜ່ານ​ມານີ້ ຫົວ​ໜ້າຍຸ​ຕິທຳ​ຂອງ​ຮົງ​ກົງ ທ່ານ​ແອນດ​ຣູ ເຈິງ (Andrew Cheung) ໄດ້​ໃຊ້​ໂອ​ກາດ​ດັ່ງ​ກ່າວ ເນັ້ນ​ຢ້ຳ​ເຖິງວ່າ​ພະ​ແນກ​ຍຸ​ຕິ​ທຳ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຈິງ​ຈັງ​ແບບ​ໃດ.

ສານ​ຕ່າງໆ​ຈະ​ບໍ່ “ຫຼັບ​ຕາ​ລົງ​ໂທດ” ບຸກ​ຄົນ​ໃດ​ກໍ​ຕາມ ແລະ​ຈະ​ໃຫ້​ການ​ເຄົາ​ລົບ​ຕໍ່​ສິດ​ທິ​ພື້ນ​ຖານ​ຂອງ​ມະ​ນຸດ ຢູ່​ໃນ​ຄະ​ດີ​ດ້ານ​ຄວາມ​ໝັ້ນ​ຄົງ​ຕ່າງໆ ທ່ານ​ເຈິງ​ກ່າວ​ຢູ່​ໃນ​ພິ​ທີ​ເປີດ ໂດຍ​ເວົ້າ​ຕື່ມ​ວ່າ ລະ​ບົບ​ຍຸ​ຕິ​ທຳ​ຈະ​ບໍ່​ຍອມກົ້ມ​ຫົວ​ໃຫ້​ແກ່​ການ​ກົດ​ດັນ.

“ການ​ຂົ່ມ​ຂູ່​ທີ່​ຈະ​ລົງ​ໂທດ ​ຫຼື​ການ​ແກ້​ແຄ້ນ​ຕໍ່​ບັນ​ດາ​ຜູ້​ພິ​ພາກ​ສາ ພຽງ​ແຕ່​ປ່ອຍ​ປະ​ລະ​ເລີຍ​ຕໍ່ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ ດັ່ງ​ນັ້ນ ​ຈຶ່ງ​ເປັນ​ເລື້ອງ​ທີ່​ຮັບ​ເອົາ​ບໍ່​ໄດ້​ພາຍ​ໃຕ້​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ​ແລະ​ໂດຍ​ພື້ນ​ຖານ​ແລ້ວ​ແມ່ນ​ເປັນ​ເລື້ອງ​ທີ່​ໜ້າ​ລັງ​ກຽດ” ທ່ານ​ເຈິງ​ກ່າວ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ຫົວ​ໜ້າ​ຍຸ​ຕິ​ທຳ​ຮົງ​ກົງມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ພວກ​ນັກ​ຊ່ຽວ​ຊານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ເຫັນ ໂດຍ​ຮຽກ​ຮ້ອງ​ໃຫ້​ຮົງ​ກົງ ​ຍົກ​ເລີກ​ທຸກຂໍ້​ຫາ ​ຕໍ່​ທ່ານ​ຈິມ​ມີ ຫຼາຍ ເຈົ້າ​ຂອງ​ໜັງ​ສື​ພິມ​ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ.

ທ່າ​ນ​ຫຼາຍ​ພວມ​ຢູ່​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ຫາ​ຍຸ​ຍົງ​ສົ່ງ​ເສີມ ແລະ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ກຳ​ລັງ​ຕ່າງ​ປະ​ເທດ ພາຍ​ໃຕ້​ກົດ​ໝາຍ​ຄວາ​ມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຮົງ​ກົງ. ເຈົ້າ​ຂອງ​ໜັງ​ສື​ພິມ​ອາ​ຍຸ 76 ປີ ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຫາ​ເຫຼົ່າ​ນີ້ ແຕ່​ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ຈະ​ປະ​ເຊີນ​ກັບ​ໂທດ​ຕິດ​ຄຸກ​ຕະ​ຫຼອດ​ຊີ​ວິດ.

ໃນ​ຖະ​ແຫຼງ​ການ ​ທີ່​ພີມ​ເຜີຍ​ແຜ່​ໃນ​ວັນ​ຈັນ​ຜ່ານ​ມານີ້ ນັກ​ຊ່ຽວ​ຊານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ 4 ທ່ານໄດ້​ຮຽກ​ຮ້ອງ​ໃຫ້​ຮົງ​ກົງ ຍົກ​ເລີກ​ຄະ​ດີ​ຕໍ່​ທ່ານ​ຫຼາຍ.

ອ່ານ​ຂ່າວ​ນີ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG