ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ນັກຂ່າວຈີນ ທີ່ອາໄສພັດຖິ່ນໃນຕ່າງປະເທດ ເລົ່າເລື່ອງການຖືກຂົ່ມຂູ່ຈາກລັດຖະບານ ຈີນ


VOA Asia Weekly: An Exiled Chinese Journalist's Story
please wait

No media source currently available

0:00 0:05:08 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ເວ​ລາ​ທີ່​ນັກ​ຂ່າວ ຈີນ ນາງ ຊູ ຢູ​ຕົງ ໄດ້ຫຼົບ​ໜີ​ອອກ​ຈາກ​ປະ​ເທດ​ບ້ານ​ເກີດ​ຂອງ​ລາວ​ໃນ​ປີ 2010, ລາວ​ຄິດ​ວ່າ​ລາວ​ຈະ​ພົບ​ກັບ​ຄວາມ​ປອດ​ໄພ. ແຕ່​ແມ່ນ​ກະ​ທັ້ງ​ອາ​ໄສ​ພັດ​ຖິ່ນ​ໃນ​ປະ​ເທດ ເຢຍ​ຣະ​ມັນ, ນັກ​ຂ່າວ​ຄົນ​ດັ່ງ​ກ່າວ​ ກໍ​ຍັງ​ຖືກ​ແນ​ເປົ້າ​ໃສ່​ໂດຍ ຈີນ. ນັກ​ຂ່າວ​ວີ​ໂອ​ເອ ລຽມ ສ​ກັອດ, ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ເບີ​ລິນ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ສະ​ເໜີ​ລາຍ​ລະ​ອຽດ.

ນາງ ຊູ ຢູ​ຕົງ ໄດ້​ກາຍ​ເປັນ​ແມ່​ຄົວ​ທີ່​ມີ​ທັກ​ສະ​. ການແຕ່ງ​ອາ​ຫານ​ຕ່າງໆ​ທີ່​ລາວ​ມັກກິນ​ໃນ ປັກ​ກິ່ງ ຈະ​ເຊື່ອມ​ໂຍງ​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ ​ກັບ​ປະ​ເທດ​ບ້ານ​ເກີດ​ຂອງ​ລາວ ແລະ ຈະ​ຊ່ວຍ​ລາວ​ຕື່​ມ​ເຕັມ​ເວ​ລາ​ຫວ່າງ​ທີ່​ຍາວ​ນານ​ທີ່​ລາວ​ໃຊ້​ຢູ່​ບ້າ​ນ​ຄົນ​ດຽວ.

ເຫດ​ຜົນ​ສຳ​ລັບ​ການ​ແຍກ​ປ່ຽວ​ຕົນ​ເອງ​ນັ້ນ ​ກໍ​ແມ່ນ: ການ​ໂຈມ​ຕີ ແລະ ຂົ່ມ​ຂູ່ຫຼາຍ​ປີ​ຈາກ ຈີນ.

ນາງ ຊູ ຢູ​ຕົງ, ນັກ​ຂ່າວ​ກ່າວ​ວ່າ “ຂ້ອຍ​ມັກ​ເວົ້າ​ຄວາມ​ຈິງ, ສະ​ນັ້ນ​ເຂົາ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ມິດ, ລວມ​ທັງ​ດ້ວຍ​ການ​ຂົ່ມ​ຂູ່​ຂ້ອຍ.”

ການ​ເຜີຍແຜ່​ປື້​ມ​ທີ່​ຖືກ​ຫ້າມ ກ່ຽວ​ກັບ ເຫດ​ການ ຖຽນ​ອັ່ນ​ເໝິນ​ໃນ​ປີ 2010 ໄດ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ບັນ​ຫາ​ນາງ ຊູ. ຕຳຫຼວດ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ​ໃນ ປັກ​ກິ່ງ ແລະ ໄດ້​ສັ່ງ​ຂັງ​ລາວ​ຢູ່​ໃນ​ບ້ານ.

ແຕ່​ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ໝູ່​ຂອງ​ລາວ, ລາວ​ໄດ້ຫຼົບ​ໜີ​ໄປ​ທະ​ວີບ ຢູ​ໂຣບ.

ໃນ​ໄລ​ຍະເວ​ລານຶ່ງ, ນ​ະ​ຄອນຫຼວງ​ຂອງ ເຢຍ​ຣະ​ມັນ ໄດ້​ສະ​ໜອງ​ຄວາມ​ຮູ້​ສຶກ​ທີ່​ປອດ​ໄພ​ໃຫ້​ລາວ. ນາງ ຊູ ໄດ້​ຂຽນ​ເລື່ອງ ກ່ຽວ​ກັບ ສິດ​ທິ​ມະ​ນຸດ​ໃຫ້​ໂທ​ລະ​ພາບ Deutsche Welle ແລະ ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ. ແຕ່​ຄວາມ​ຮູ້​ສຶກ​ປອດ​ໄພ​ນັ້ນ ​ກໍ​ໄດ້​ຫາຍ​ໄປ ​ບໍ່​ດົນ​ຕໍ່​ມາ.

ໃນ​ປີ 2022, ຜູ້​ຊາຍ​ແປກ​ໜ້າຫຼາຍ​ຄົນ​ ໄດ້​ປາ​ກົດ​ຕົວ​ຢູ່​ຕຶກ​ຂອງ​ລາວ, ​ພວກ​ເຂົາ​ມາທີ່ນີ້ໂ​ດຍ​ເວັບ​ໄຊ້​ການ​ຮ່ວມ​ເພດ​ໃຕ້​ດິນເວັບ​ໄຊ້​ນຶ່ງ ທີ່​ໄດ້ຂຶ້ນ​ທີ່​ຢູ່​ຂອງ​ລາວໃນເວັບໄຊ້ນີ້​.

ນາງ ຊູ ຢູ​ຕົງ ກ່າວ​ວ່າ “ຂ້ອຍ​ຮູ້​ສຶກ​ຂີ້​ດຽດຫຼາຍ ແລະ ໜ້າ​ອັບ​ອາຍ​ຂາຍ​ໜ້າຫຼາຍ, ແລະ ຂ້ອຍ​ກໍ​ມີ​ບັນ​ຫາ​ສຸ​ຂະ​ພາບ​ຈິດ​ໜ້ອຍ​ນຶ່ງ​ ໃນ​ເວ​ລາ​ນັ້ນ. ຂ້ອຍ​ຢ້ານ​ທີ່​ຈະ​ຍ່າງ​ຢູ່​ຖະ​ໜົນ.”

​ແລະສິ່ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ແມ່ນ​ກຳ​ລັງ​ມາ​ຮອດ​ໃນ​ໄວໆ. ໃນ​ປີ 2023, ຄົນ​ຮ້າຍ​ໄດ້​ໃຊ້ຊື່​ ນາງ ຊູ ແລະ ​ນັກ​ເຄື່ອນ​ໄຫວ​ສອງ​ຄົນ ​ເພື່ອ​ຈອງ​ຫ້ອງ​ຢູ່​ໂຮງ​ແຮມຫຼູ​ຕ່າງໆ​ ໃນ​ນະ​ຄອນຫຼວງ ເບີ​ລິນ ແລະ ຕົວ​ເມືອງ​ອື່ນໆ. ​ຫລັງ​ຈາກ​ນັ້ນ, ພວກ​ເຂົາ​ກໍ​ໄດ້ໂທໄປ​ຂົ່​ມ​ຂູ່​ວາງລະ​ເບີດ ທີ່ບໍ່ເປັນຄວາມຈິງ.

ບັນ​ດາ​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ກໍ​ລະ​ນີ​ຂອງ​ນາງ ຊູ ແມ່ນ​ຮຸນ​ແຮງຫຼາຍ ແມ່ນ​ກະ​ທັ້ງ​ສຳ​ລັບ ປັກ​ກິ່ງ, ເຊິ່ງ​ເປັນ​ຜູ້​ທຳ​ການ​ປາບ​ປາມ​ຂ້າມ​ຊາດທີ່​ຢູ່​ໃນ​ອັນ​ດັບ​ຕ່ຳ​ທີ່​ສຸດ.

ທ່ານ​ນາງ ມາ​ໄຣ​ເກີ ໂອ​ລ​ເບີກ, ຈາກກອງ​ທຶນ ມາ​ຊອ​ລ ເຢຍ​ຣະ​ມັນ ກ່າວ​ວ່າ “ກົນ​ລະ​ຍຸດ​ພື້ນ​ຖານ​ຂອງ​ການ​ປາບ​ປາມ​ຂ້າ​ມ​ຊາດ​ແມ່ນ​ມັກ​ຈະ​ເປັນການ​ສະ​ແດງ​ໃຫ້​ຄົນ​ເຫັນ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ໜີ​ຈາກ​ລັດ​ຖະ​ບານ ຈີນ.”

ທ່ານ​ນາງ ໂອ​ລ​ເບີກ ກ່າວ​ວ່າ ເປົ້າ​ໝາຍ​ຜັກ​ດັນ​ກໍ​ແມ່ນ​ເພື່ອ​ຢຸດ​ທຸກໆ​ການ​ຕຳ​ໜິ​ວິ​ຈານ ຈີນ ຢູ່​ຕ່າງ​ປະ​ເທດ.

ບໍ່​ມີ​ໃຜ​ຢູ່ສະ​ຖານ​ທູດ ຈີນ ໃນ ເຢຍ​ຣະ​ມັນ ຫຼື ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ຂອງວີ​ໂອ​ເອ.

ການ​ຕົກ​ເປັນ​ເປົ້າ​ໝາຍ​ເປັນປະ​ສົບ​ການ​ທີ່​ໂດດ​ດ່ຽວ. ໃນ​ໄລ​ຍະ​ເວ​ລາ​ສອງ​ປີ, ນາງ ຊູ ແມ່ນ​ເກືອບ​ວ່າ ບໍ່​ໄດ້​ອອກ​ຈາກ​ອາ​ພາດ​ເມັ້ນ​ຂອງ​ລາວ. ລາວ​ເວົ້າ​ວ່າ​ແມ່ນ​ກະ​ທັ້ງ​ສິ່ງ​ທີ່​ທຳ​ມະ​ດາ​ຄື​ການ​ຍ່າງ​ຢູ່​ໃນ​ສວນ​ສາ​ທາ​ລະ​ນະ ​ກໍ​ສາ​ມາດ​ຮູ້​ສຶກ​ເຖິງ​ອັນ​ຕະ​ລາຍ.

ນາງ ຊູ ຢູ​ຕົງ ກ່າວ​ວ່າ “ເວ​ລາ​ຂ້ອຍ​ອອກ​ໄປ​ນອກ, ຂ້ອຍ​ມັກ​ກວດ​ເບິ່ງວ່າ​ມັນ​ມີ​ຄົນ​ທີ່​ຕ້ອງ​ສົງ​ໄສ​ຢູ່​ອ້ອມ​ຂ້ອຍຫຼືບໍ່, ແລະ ຂ້ອຍ​ກໍ​ດົນໆ​ຈຶ່ງ​ໄດ້​ອອກ​ຈາກ​ບ້ານ.”

ບັນ​ດາ​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ການ​ຕອບ​ໂຕ້​ແບບ​ນັ້ນ​ແມ່ນ​ປົກ​ກະ​ຕິ.

ທ່ານ ກອ​ສ​ເດ ໂບ​ຊູ ຈາກ​ອົງ​ການ Citizen Lab ກ່າວ​ວ່າ “ອາ​ການ​ຫວາດ​ລະ​ແວງ​ແມ່ນ​ການ​ຕອບ​ສະ​ຫນອງ​ທີ່​ທົ່ວ​ໄປ​ໃນຫຼາຍ​ຊຸມ​ຊົນ​ແຕກ​ຕ່າງ​ກັນ. ແລະ ຄົນ​ມັກ​ຈະ​ຢ້ານ​ວ່າ ຜູ້​ດຳ​ເນີນ​ການ​ຄົນ​ອື່ນໆ ຫຼື ບຸກ​ຄົນ​ຕ່າງໆ​ຢູ່​ພາຍ​ໃນ​ຊຸມ​ຊົນ​ສາ​ມາດ​ສອດ​ແນມ​ເຂົາ​ເຈົ້າ. ແລະ​ຄວາມ​ຢ້ານ​ກົວ​ທີ່​ວ່ານີ້​ແມ່ນບໍ່​ມີ​ເຫດ​ຜົນ.”

ແຕ່​ຕອນນີ້, ນາງ ຊູ ເວົ້າ​ວ່າ​ລາວ​ຮູ້​ສຶກ​ຢ້ານ​ໜ້ອຍ​ລົງ​ແລ້ວ.

ນາງ ຊູ ຢູ​ຕົງ ກ່າວ​ວ່າ “ເຂົາ​ເຈົ້າ​ບໍ່​ໄດ້​ຄາດ​ຢາກ​ໃຫ້​ຂ້ອຍ​ອອກ​ມາ​ຈາກ​ເງົາ​ມືດ​ນັ້ນ​ຊ້າໆ. ຂ້ອຍ​ຄິດ​ວ່າ ​ເຂົາ​ເຈົ້າ​ຄວນ​ຢ້ານ, ບໍ່​ແມ່ນ​ຂ້ອຍ. ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ມິດບໍ່​ໄດ້. ເຂົາ​ເຈົ້າ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍນີ້​ໄດ້.”

ຊີ​ວິດ​ຂອງ​ລາວ​ແມ່ນ​ເຕັມ​ປ່ຽມ​ອີກ​ຄັ້ງ, ແຕ່​ອາ​ພາດ​ເມັ້ນ​ຂອງ​ນາງ ຊູ ແມ່ນ​ຍັງ​ຫາ​ຍາກ. ຫຼັງ​ຈາກ​ເຫດ​ການ​ໃນ​ປີ 2023, ຕຳຫຼວດ​ໄດ້​ແນະ​ນຳ​ໃຫ້​ລາວ​ຍ້າຍ​ອອກ. ເວ​ລາ​ທີ່​ນາງ​ໄດ້​ອອກ​ໄປ, ນາງ​ໄດ້​ປະ​ເກືອບ​ທຸກ​ຢ່າງ​ໄວ້ຢູ່​ຫັ້ນ.

ນອກ​ຈາກ​ເຄື່ອງ​ມື​ຕ່າງໆ​ທີ່​ຕ້ອງ​ການເພື່ອລາຍ​ງານ​ຂ່າວ​ຕໍ່​ໄປ.

ນາງ ຊູ ຢູ​ຕົງ ກ່າວ​ວ່າ “ຈີນ ກີດ​ກັ້ນ​ຄວາມ​ຈິງ. ເຂົາ​ເຈົ້າ​ຕ້ອງ​ການ​ນັກ​ຂ່າວ​ຈຳ​ນວນຫຼາຍ​ເພື່ອ​ເລົ່າ​ຄວາມ​ຈິງ, ບອກ​ເຫດ​ການ​ທີ່​ແທ້​ຈິງ ແລະ ຄວາມ​ຈິງ.”

ສຳ​ລັບ​ປະ​ເທດ ລາວ ທີ່​ຢູ່​ໃກ້​ຄຽງ ຈີນ, ເສ​ລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ​ກໍ​ຢູ່​ໃນ​ລະ​ດັບ​ທີ່​ຕ່ຳ​ທີ່​ສຸດ. ຫຼາຍ​ຄົນ​ທີ່​ໄດ້​ຕຳ​ໜິ​ວິ​ຈານ​ລັດ​ຖະບານ ​ແມ່ນ​ຖືກ​ຈັບ​ເຂົ້າ​ຄຸກ ຫຼືບໍ່​ກໍ​ຫາຍ​ສາບ​ສູນ.

ນັກ​ຂ່າວ​ອິດ​ສະຫຼະ​ ລາວ ທ່ານ​ນຶ່ງ​ໄດ້​ກ່າວ​ ຕໍ່​ວີ​ໂອ​ເອ​ວ່າ ການ​ລາຍ​ງານ​ຂ່າວ​ໃນປະ​ເທດ ລາວ ແມ່ນ​ມີ​ອຸ​ປະ​ສັກຫຼາຍ, ເຂົາ​ເຈົ້າ​ບໍ່​ສາ​ມາດລາຍ​ງານ​ຂໍ້​ມູນ​ທີ່​ເລິກ​ຂອງ​ບັນ​ຫາ​ໃນ​ລາວ.

“ຄື​ເຮົາ​ຮູ້​ເນາະ, ບ້ານ​ເຮົາ​ນີ້ ບໍ່​ໄດ້​ເປີດ​ເສ​ລີ​ໃຫ້​ແກ່​ການ​ເຮັດ​ຂ່າວ. ມີ​ແຕ່​ຂ່າວ​ທີ່​ເປັນ​ທາງ​ການ​ທີ່​ອະ​ນຸ​ຍາດ​ໃຫ້​ມີ. ຄັນ​ເຮົາ​ເຮັດ​ຂ່າວ​ທີ່​ວ່າ ​ແຕະ​ຕ້ອງ ຫຼື​ວ່າ​ຂັດ​ຂວາງ ຫຼື​ວ່າ ​ສ່ອງ​ແສງ​ໃນ​ທາງ​ທີ່ບໍ່​ດີ​ກັບ​ບ້ານ​ກັບ​ເມືອງບໍ່ ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດບໍ່ ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນີ້​ ກະ​ມີ​ຄວາມ​ສ່ຽງ​ເນາະ. ເຮົາ​ສັງ​ເກ​ດ​ເຫັນ​ແມ່ນ​ວ່າ​ ຢູ່​ໃນ​ໂທ​ລະ​ພາບ​ແຫ່ງ​ຊາດ​ເຮົາ ຂ່າວ​ຊ່ອງ​ລາວບໍ່ ​ຄັນ​ຊິ​ເວົ້າ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດບໍ່ ແມ່ນ​ຫຍັງ​ຕ່າງໆ​ນີ້​ນະ ກະ​ເວົ້າ​ຢູ່ ​ເວົ້າ​ລວມໆ ໂຍະ​ຍານ​ ເວົ້າ​ຈັ່ງ​ຊັ້ນ​ຈັ່ງ​ຊີ້ ແຕ່​ປັດ​ໃຈ​ເລິກ​ຕົ້ນ​ຕໍ​ນີ້ ຄັນ​ເຮົາ​ໄປ​ເວົ້າ​ວ່າ ​ເປັນ​ຍ້ອນ​ຫຍັງ​ກັນ​ແທ້ ເປັນ​ຍ້ອນ​ແນວ​ອື່ນບໍ່ ​ທີ່​ວ່າ​ມັນ​ນອກ​ເໜືອ​ຈາກວ່າ​ ເສດ​ຖະ​ກິດ​ຂອງ​ສາ​ກົນ ເສດ​ຖະ​ກິດ​ຂອງ​ບ້ານ​ເຮົາ​ຊີ້​ນະ ເຮົາ​ພັດ​ເວົ້າ​ບໍ່​ໄດ້.”

ວັນ​ທີ 3 ພຶດ​ສະ​ພາມື້ນີ້​ ກໍ​ແມ່ນ​ວັນ​ເສ​ລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ​ໂລກ, ແລະ ໃນ​ປີ 2023 ທີ່​ຜ່ານ​ມາ​ປະ​ເທດ ລາວ ແມ່ນ​ຢູ່​ໃນ​ອັນ​ດັບ​ທີ 160 ຂອງ​ປະ​ເທດ​ທີ່​ມີ​ເສ​ລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ, ເຊິ່ງດີກວ່າ ຫວຽດ​ນາມ ທີ່ຢູ່​ອັນ​ດັບ​ທີ 178, ຕາມຫຼັງ​ດ້ວຍ ຈີນ ອັນ​ດັບ 179 ແລະ ຂີ້​ຮ້າຍ​ສຸ​ດ​ອັນ​ທີ 180 ແມ່ນ ເກົາຫຼີ​ເໜືອ.

ບົດລາຍງານທີ່ກ່ຽວຂ້ອງກັບຂ່າວນີ້

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG