ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໕ ພຶດສະພາ ໒໐໒໔

​ສານ​ຣັດ​ເຊຍ ກ່າວ​ວ່າ ນັກ​ຂ່າວ​ສະ​ຫະ​ລັດ ຈະ​ຖືກ​ຄຸມ​ຂັງ​ຕໍ່​ໄປ


ນັກ​ຂ່າວ​ສະ​ຫະ​ລັດ ທ່ານ​ເອ​ແວັນ ເກີ​ສ​ໂກວິ​ສ ຖືກ​ຈັບ​ໃນ​ຂໍ້​ຫາ​ຈາ​ລະ​ກຳ ເບິ່ງ​ອອກ​ມາ​ຂ້າງນອກ ຈາກ​ບ່ອນ​ຄຸມ​ຂັງ ຂອງ​ຈຳ​ເລີຍ ກ່ອນ​ການ​ພິ​ຈາ​ລະ​ນາ​ໃນ​ການ​ຂໍ​ອຸ​ທອນ ຕໍ່​ການ​ຄຸມ​ຂັງ​ກ່ອນ​ການ​ດຳ​ເນີນ​ຄະ​ດີ ທີ່​ສານ​ມົ​ສ​ກູ ເມື່ອ​ວັນ​ທີ 20 ກຸມ​ພາ 2024.
ນັກ​ຂ່າວ​ສະ​ຫະ​ລັດ ທ່ານ​ເອ​ແວັນ ເກີ​ສ​ໂກວິ​ສ ຖືກ​ຈັບ​ໃນ​ຂໍ້​ຫາ​ຈາ​ລະ​ກຳ ເບິ່ງ​ອອກ​ມາ​ຂ້າງນອກ ຈາກ​ບ່ອນ​ຄຸມ​ຂັງ ຂອງ​ຈຳ​ເລີຍ ກ່ອນ​ການ​ພິ​ຈາ​ລະ​ນາ​ໃນ​ການ​ຂໍ​ອຸ​ທອນ ຕໍ່​ການ​ຄຸມ​ຂັງ​ກ່ອນ​ການ​ດຳ​ເນີນ​ຄະ​ດີ ທີ່​ສານ​ມົ​ສ​ກູ ເມື່ອ​ວັນ​ທີ 20 ກຸມ​ພາ 2024.

ສານ​ຂອງ​ຣັດ​ເຊຍ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ​ເອ​ແວັນ ເກີ​ສ​ໂກວິ​ສ (Evan Gershkovich) ​ຈະ​ຖືກຄຸມ​ຂັງ​ກ່ອນ​ການ​ດຳ​ເນີນ​ຄະ​ດີ​ຕໍ່​ໄປ ຈົນ​ຮອດ​ວັນ​ທີ 30 ມີ​ນາ.

ສານ​ໄດ້​ປະ​ຕິ​ເສດ​ ຕໍ່​ການ​ຂໍ​ອຸ​ທອນ ​ໃນ​ການ​ຕັດ​ສິນ​ກ່ອນ​ໜ້າ​ນີ້ ທີ່​ຈະ​ຕໍ່​ອາ​ຍຸ​ໃນ​ການ​ຄຸມ​ຂອງ​ນັກ​ຂ່າວ​ໜັງ​ສື​ພິມ Wall Street Journal ອອກ​ໄປ​ຕື່ມ​ຈົນ​ຮອດ​ວັນ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ທ່ານ​ປະ​ເຊີນ​ໜ້າ​ກັບ​ຂໍ້​ຫາ​ຈາ​ລະ​ກຳ.

ທ່ານ​ເກີ​ສ​ໂກວິ​ສ​ແລະ​ໜັງ​ສື​ພິມ Wall Street Journal ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ. ຣັດ​ເຊຍ​ບໍ່​ໄດ້​ສະ​ໜອງ​ຫຼັກ​ຖານ​ໃດໆ ເພື່ອ​ສະ​ໜັບ​ສະ​ໜຸນ​ຂໍ້​ຫາ​ທີ່​ວ່ານີ້.

​ສ່ວນ​ທາງກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ ກໍ​ໄດ້​ປະ​ກາດ​ວ່າ ທ່ານ​ເກີ​ສ​ໂກວິ​ສ​ ໄດ້​ຖືກ​ຄຸມ​ຂັງ​ດ້ວຍ​ຄວາມ​ຜິດ​ພາດ.

ທ່ານ​ເກີ​ສ​ໂກວິ​ສ ອາ​ຍຸ 30 ປີ ໄດ້​ຖືກ​ຈັບ​ໃນ​ຂະ​ນະ​ທີ່​ພວມ​ເດີນ​ທາງ​ໄປ​ລາຍ​ງານ​ຂ່າວ​ທີ່​ເມືອງ​ເຢ​ກາ​ເຕີ​ຣິນ​ເບີກ (Yekaterinburg) ໃນ​ເດືອນ​ມີ​ນາ​ປີ 2023.

ນອກນັ້ນ​ແລ້ວ ໃນ​ວັນ​ອັງ​ຄານ​ວານນີ້ ສື່ມວນ​ຊົນ​ຂອງ​ຣັດ​ເຊຍ​ຍັງ​ລາຍ​ງານ​ວ່າ ເຈົ້າ​ໜ້າທີ່​ຢູ່​ເມືອງ​ກາ​ເຕີ​ຣິນ​ເບີກ ໄດ້​ຈັບ​ແມ່​ຍິງ​ຄົນ​ນຶ່ງ ທີ່​ຖື​ສອງ​ສັນ​ຊາດ ສະ​ຫະ​ລັດ​ກັບ​ຣັດ​ເຊຍ ໂດຍ​ກ່າວ​ຫາ​ວ່​າ ນາງ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ໃຫ້​ແກ່​ຢູ​ເຄ​ຣນ.

“ອົງ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ລັດ​ຖະ​ບານ​ກາງ​ ທີ່​ເມືອງ​ກາ​ເຕີ​ຣິນ​ເບີກ ໄດ້​ປາບ​ປາມ​ກິ​ດ​ຈະ​ກຳ​ທີ່​ຜິດ​ກົດ​ໝາຍ ຂອງຊາວ​ນະ​ຄອນ​ລອ​ສ​ແອັນ​ເຈີ​ລິ​ສ​ຄົນ​ນຶ່ງ ​ອາ​ຍຸ 33 ປີ ທີ່​ຖື​ສອງ​ສັນ​ຊາດ ຣັດ​ເຊຍ​ແລະ​ສ​ະ​ຫະ​ລັດ” ອົງ​ການ​ຂ່າວ​ທາ​ສລາຍ​ງານ​ໂດຍ​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ຄວາມ​ໝັ້ນ​ຄົງ​ຂອງ​ລັດ​ຖະ​ບານ​ກາງ ຫຼື FSB ທີ່​ໄດ້​ກ່າວ.

ໂຄ​ສົກ​ຂອງ​ສະ​ຖານ​ທູດ​ສະ​ຫະ​ລັດ​ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຕົນ​ຮູ້​ເລື້ອງ​ແລ້ວ​ກ່ຽວ​ກັບ​ລາຍ​ງານ​ສະ​ບັບ​ນີ້ ແຕ່​ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ຫຍັງ​ເພີ້ມ​ຕື່ມ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ດັ່ງ​ກ່າວ.

​ຂໍ້​ມູນ​ຈຳ​ນວນ​ນຶ່ງ​ສຳ​ລັບ​ເລື້ອງນີ້ ແມ່ນ​ຈາກ​ອົງ​ການ​ຂ່າວ​ຝ​ຣັ່ງ ແລະ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG