ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໕ ພຶດສະພາ ໒໐໒໔

ລາຍ​ງານ​ກ່າວ​ວ່າ ການ​ຮາ​ວີ​ລົບ​ກວນ​ດ້ວຍ​ກົດ​ໝາຍ ຕໍ່​ນັກ​ຂ່າວ ກຳ​ປູ​ເຈຍ ກຳ​ລັ​ງ​ເພີ່ມ​ຂຶ້ນ


ແມ່​ຍິງ​ຄົນ​ນຶ່ງ​ຊື້​ໜັງ​ສື​ພິມ​ສະ​ບັບ​ສຸດ​ທ້າຍ​ຂອງ The Cambodia Daily ຢູ່​ຮ້ານ​ແຫ່ງ​ນຶ່ງ​, ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 4 ກັນ​ຍາ 2017.
ແມ່​ຍິງ​ຄົນ​ນຶ່ງ​ຊື້​ໜັງ​ສື​ພິມ​ສະ​ບັບ​ສຸດ​ທ້າຍ​ຂອງ The Cambodia Daily ຢູ່​ຮ້ານ​ແຫ່ງ​ນຶ່ງ​, ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 4 ກັນ​ຍາ 2017.

ໄພ​ຂົ່ມ​ຂູ່​ຕ່າງ​ໆ​ໂດຍ​ລັດ​ຖະ​ບານ ກຳ​ປູ​ເຈຍ ທີ່​ຈະ​ດຳ​ເນີນ​ການ​ທາງ​ກົດ​ໝາຍ​ຕໍ່​ບັນ​ດາ​ນັກ​ຂ່າວ ​ແມ່ນ​ກຳ​ລັງ​ເພີ່ມ​ຂຶ້ນ, ຈົນ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ຈຳ​ກັດ​ເສ​ລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ, ກ່າວ​ໂດຍ​ລາຍ​ງານ​ປະ​ຈຳ​ປີ​ໂດຍ​ສະ​ມາ​ຄົມ​ນັກ​ຂ່າວຂອງກຳ​ປູ​ເຈຍ ຫຼື CamboJa.

ກຸ່ມ​ດັ່ງ​ກ່າວ​ໄດ້​ຕິດ​ຕາມ​ເຫດ​ການ​ຕ່າງໆ​ ກ່ຽວ​ກັບ ການ​ຮາ​ວີ​ລົບ​ກວນ ແລະ ການ​ຫ້າມ​ຕໍ່ບັນດາ​ນັກ​ຂ່າວ. ການ​ກົດ​ດັນ​ຕໍ່​ສື່ມວນ​ຊົນ​ອິດ​ສະຫຼະ​ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ນັບ​ຕັ້ງ​ແຕ່​ລັດ​ຖະ​ບານ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸນ​ ເຊັນ ໄດ້​ເລີ່ມ​ປາບ​ປາມ​ຜູ້​ທີ່​ຄັດ​ຄ້ານທາງ​ການ​ເມືອງ​ກ່ອນ​ການ​ເລືອກ​ຕັ້ງ ປີ 2018. ສື່ມວນ​ຊົນ​ອິດ​ສະຫຼະຫຼາຍ​ແຫ່ງ​ ແມ່ນ​ໄດ້​ປິດ​ລົງ​ນັບ​ຕັ້ງ​ແຕ່​ນັ້ນ​ມາ, ແລະ ໃບ​ອະ​ນຸ​ຍາດ​ສື່ມວ​ນ​ຊົນ 6 ໃບ ໄດ້​ຖືກ​ຖອນ​ໃນ​ປີ 2023, ທຽບ​ໃສ່​ສອງ​ກໍ​ລະ​ນີ​ ໃນ​ປີ 2022.

ໃນ “ລາຍ​ງານ​ສ​ະ​ຖາ​ນະ​ການ​ການນຳ​ສະ​ເໜີ​ຂ່າວ​ຂອງ​ກຳ​ປູ​ເຈຍ ປີ 2023,” ທີ່​ຖືກ​ເປີດ​ເຜີຍ ​ໃນ​ວັນ​ທີ 20 ມີ​ນາ​ ທີ່​ຜ່ານ​ມາ, CamboJa ໄດ້​ບັນ​ທຶກ 35 ກໍ​ລະ​ນີຂອງການ​ຮາ​ວີ​ລົບ​ກວນ​ຕໍ່​ນັກ​ຂ່າວ 54 ຄົນ, 8 ຄົນ​ໃນ​ນັ້ນ ​ແມ່ນ​ແມ່​ຍິງ.

ການ​ດຳ​ເນີນ​ການ​ທາງ​ກົດ​ໝາຍປະ​ກອບ​ມີ 15 ຈາກ 32 ກໍ​ລະ​ນີ. ທີ່​ວ່ານີ້​ ລວມ​ມີ​ການ​ຟ້ອງ​ຮ້ອງ, ການ​ຖອນ​ໃບ​ອະ​ນຸ​ຍາດ, ການ​ຈັບ​ກຸມ ຫຼື ຂົ່ມ​ຂູ່​ດຳ​ເນີນ​ການ​ທາງ​ກົດ​ໝາຍ. ນັກ​ຂ່າວ​ຢ່າງ​ໜ້ອຍ 5 ຄົນ​ຖືກ​ຟ້ອງ​ຮ້ອງ, ຖືກ​ຕັ້ງ​ຂໍ້​ຫາ​ອາ​ຊະ​ຍາ​ກຳ ຫຼື ຖືກ​ຂັງ​ຄຸກ.

ລາຍ​ງານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ລະ​ມັດ​ລະ​ວັງ​ຕໍ່​ການ​ສະຫຼຸ​ບ​ທີ່​ແນ່ນອນ​ຈາກ​ຕົວ​ເລກ​ທີ່​ວ່ານີ້,” ໂດຍ​ກ່າວ​ຕື່ມ​ວ່າ ນັກ​ຂ່າວ​ບາງ​ຄົນ “ແມ່ນ​ມີ​ຄວາມ​ເຂົ້າ​ໃຈ​ວ່າ ບໍ່​ກ້າທີ່​ຈະ​ລາຍ​ງານ​ຂ່າວ ຍ້ອນ​ຢ້ານ​ວ່າ​ ຈະ​ຖືກ​ແກ້​ແຄ້ນ​ເພີ່ມ​ເຕີມ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG