ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ການປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ຢູ່ທີ່ມະຫາວິທະຍາໄລ Southern California ສິ້ນສຸດລົງແບບງຽບໆ


ພະແນກຕໍາຫຼວດຂອງນະຄອນລອສແອງເຈລລິສ ໄດ້ຮື້ຖອນເຕັ້ນຂອງຜູ້ປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ຢູ່ບໍລິເວນສວນອາລຸມນີ ຂອງມະຫາວິທະຍາໄລ Southern California ໃນນະຄອນລອສແອງເຈລລິສ, ລັດຄາລິຟໍເນຍ, ວັນທີ 5 ພຶດສະພາ 2024.
ພະແນກຕໍາຫຼວດຂອງນະຄອນລອສແອງເຈລລິສ ໄດ້ຮື້ຖອນເຕັ້ນຂອງຜູ້ປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ຢູ່ບໍລິເວນສວນອາລຸມນີ ຂອງມະຫາວິທະຍາໄລ Southern California ໃນນະຄອນລອສແອງເຈລລິສ, ລັດຄາລິຟໍເນຍ, ວັນທີ 5 ພຶດສະພາ 2024.

ຜູ້ປະທ້ວງທີ່ສະໜັບສະໜູນຊາວປາແລັສໄຕນ໌ ຢູ່ທີ່ຄ້າຍພັກຂອງມະຫາວິທະຍາໄລ Southern California, ເຊິ່ງເປັນນຶ່ງໃນຈຸດປະສານງານຂອງການປະທ້ວງຕໍ່ຕ້ານອິສຣາແອລໃນທົ່ວວິທະຍາເຂດຂອງມະຫາວິທະຍາໄລ ໃນສະຫະລັດ, ໄດ້ພາກັນອອກຈາກສະຖານທີ່ເກີດເຫດໃນຕອນເຊົ້າວັນອາທິດວານນີ້ ລຸນຫຼັງເຈົ້າໜ້າທີ່ໄດ້ອອກມາເຕືອນພວກເຂົາເຈົ້າວ່າ ພວກເຂົ້າເຈົ້າອາດຈະຖືກຈັບ.

ການອອກ​ໄປ​ຂອງ​ເຂົາ​ເຈົ້າ ​ມີ​ຂຶ້ນ​ຫລັງ​ຈາກເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະເຈົ້າໜ້າທີ່ຕຳ​ຫຼວດນະຄອນລອສແອງເຈລລິສ ໄດ້ພາກັນ​ເລີ້ມ​ຕົ້ນກວດລ້າງ​ສູນ​ກາງຂອງ​ວິ​ທະ​ຍາ​ເຂດ, ເຊິ່ງເປັນບໍລິເວນ​ທີ່​ເຈົ້າໜ້າທີ່ຕຳຫຼວດ​ ໄດ້​ຈັບຜູ້ປະທ້ວງ 93 ຄົນ ​ໃນ​ວັນ​ທີ 24 ເມ​ສາ ທີ່ຜ່ານມາ.

ມະຫາວິທະຍາໄລໄດ້ອອກມາເຕືອນຜູ້ປະທ້ວງຢູ່ໃນສື່ສັງຄົມ X, ໂດຍກ່າວວ່າພວກທ່ານອາດຈະຖືກຈັບ ຖ້າພວກທ່ານຫາກຍັງຢູ່ໃນບໍລິເວນໃຈກາງຂອງວິທະຍາເຂດ, ກະລຸນາອອກໄປ.”

ສ່ວນຢູ່ສະຖານທີ່ອື່ນໆ, ການປະທ້ວງທີ່ສະໜັບສະໜູນຊາວປາແລັສໄຕນ໌ ຍັງຄົງສືບຕໍ່ດໍາເນີນຢູ່ ໃນພິທີຈົບການສຶກສາຂອງມະຫາວິທະຍາໄລຫຼາຍແຫ່ງ ໃນວັນເສົາແລ້ວນີ້.

ຢູ່ທີ່ມະຫາວິທະຍາໄລ Virginia, ມີ 25 ຄົນຖືກຈັບໃນຂໍ້ຫາບຸກລຸກ ລຸນຫຼັງເຈົ້າໜ້າທີ່ຕຳຫຼວດໄດ້ປະທະກັບພວກປະທ້ວງທີ່ສະໜັບສະໜູນຊາວປາແລັສໄຕນ໌ ຜູ້ທີ່ປະຕິເສດທີ່ຈະຍົກຍ້າຍເອົາຜ້າເຕັ້ນອອກຈາກວິທະຍາເຂດ.

ຢູ່ທີ່ມະຫາວິທະຍາໄລມິຊິແກນ, ຜູ້ປະທ້ວງຫຼາຍຄົນໄດ້ພາກັນຮ້ອງເພງທີ່ເປັນຂໍ້ຄວາມຕໍ່ຕ້ານສົງຄາມ ແລະໂບກທຸງໄປມາໃນລະຫວ່າງພິທີຈົບການສຶກສາ. ມີການປະທ້ວງຫຼາຍຂຶ້ນ ຢູ່ທີ່ມະຫາວິທະຍາໄລອິນເດຍນາ, ມະຫາວິທະຍາໄລລັດ ໂອໄຮໂອ, ມະຫາວິທະຍາໄລ Princeton ໃນລັດນິວເຈີຊີ ແລະມະຫາວິທະຍາໄລ Northeastern ໃນລັດແມັສຊາຈູເສັດສ໌.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG