ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໖ ພຶດສະພາ ໒໐໒໔

ການ​ຈັບ​ກຸມ​ຄຸມ​ຂັງ​ ທາງ​ການ​ເມືອງ ແມ່ນ​ອາ​ການ ທີ່​ບົ່ງ​ບອກ​ເຖິງ ​ການ​ຖອຍ​ຫຼັງຂອງ​ປະ​ຊາ​ທິ​ປະ​ໄຕ ລາຍ​ງານ​ຄົ້ນ​ພົບ


ແຟ້ມ - ໃນ​ການ​ສະ​ຫຼອງວັນ​ຄົບ​ຮອບ​ວັນ​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ ນັກ​ເຄືອນ​ໄຫວ ຂອງ​ອົງ​ການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ຖື​ໂປ​ສ​ເຕີ້​ຮູບ​ນັກ​ຂ່າວ​ທີ່​ຖືກ​ຈັບກຸມ​ຄຸມຂັງ​ຢູ່​ໃນ​ເທີ​ກີ ເພື່ອ​ປະ​ທ້ວງ​ຕໍ່ໜ້າ​ສະ​ຖານ​ທູດ​ເທີ​ກີ ທີ່​ເບີ​ລິນ ວັນ​ທີ 3 ພຶດ​ສະ​ພາ 2017.
ແຟ້ມ - ໃນ​ການ​ສະ​ຫຼອງວັນ​ຄົບ​ຮອບ​ວັນ​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ ນັກ​ເຄືອນ​ໄຫວ ຂອງ​ອົງ​ການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ຖື​ໂປ​ສ​ເຕີ້​ຮູບ​ນັກ​ຂ່າວ​ທີ່​ຖືກ​ຈັບກຸມ​ຄຸມຂັງ​ຢູ່​ໃນ​ເທີ​ກີ ເພື່ອ​ປະ​ທ້ວງ​ຕໍ່ໜ້າ​ສະ​ຖານ​ທູດ​ເທີ​ກີ ທີ່​ເບີ​ລິນ ວັນ​ທີ 3 ພຶດ​ສະ​ພາ 2017.

ການ​ຈັບ​ກຸມ​ຄຸມ​ຂັງ​ທາງ​ການ​ເມືອງ ພວກ​ນັກ​ຕໍ່​ສູ້​ເພື່ອ​ສິດ​ທິ​ມະ​ນຸດ ​ແລະ​ນັກ​ຂ່າວ​ແມ່ນ​ອາ​ການ​ນຶ່ງ​ກ່ຽວ​ກັບ​ການ​ຖອຍ​ຫຼັງ​ຂອງປະ​ຊາ​ທິ​ປະ​ໄຕ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ອີງ​ຕາມ​ລາຍ​ງານ​ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານນີ້.

ລາຍ​ງານ​ຂອງ​ອົ​ງ​ການ​ຟ​ຣີ​ດອມ​ເຮົ້າ (Freedom House) ໄດ້​ເພັ່ງ​ເລັງ​ໃສ່​ນິ​ກາ​ຣາ​ກົວ ແທນ​ຊາ​ເນຍ ໄທ ຕູ​ນີ​ເຊຍ ເທີ​ກີ ແລະ​ເວ​ເນ​ຊູ​ເອ​ລາ ໂດຍ​ກ່າວ​ວ່າ ທັງ 6 ປະ​ເທດ​ໄດ້​ປະ​ເຊີນ​ໜ້າ​ກັບ​ປະ​ສົບ​ການ​ທີ່​ຖື​ວ່າ​ເປັນ​ການ​ຖອຍ​ຫຼັງ​ຂອງ​ປະ​ຊາ​ທິ​ປ​ະ​ໄຕ​ໃນ​ຮອບ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

“ຢູ່​ໃນ​ທົ່ວ​ໂລກ ມີ​ພວກ​ຜູ້​ນຳ​ຂອງ​ຫຼາຍໆ​ປະ​ເທດ ​ທີ່​ຕໍ່​ຕ້ານ​ປະ​ຊາ​ທິ​ປະ​ໄຕ ພວມ​ວາງ​ໂຕເປັນ​ຜະ​ເດັດ​ການ​ຫຼາ​ຍ​ຂຶ້ນ ໂດຍ​ນຳ​ໃຊ້​ເຄື່ອງ​ມື​ໃນ​ການ​ຂະ​ຫຍາຍ​ກົນ​ລະ​ຍຸດ​ໃນ​ການ​ກົດ​ຂີ່ເພື່ອ​ຫາ​ທາງ​ປິດ​ປາ​ກ​ປິດ​ສຽງ​ຂອງ​ພວກ​ທີ່​ຕ້ອງ​ຕິ​ແລະ​ຄັດ​ຄ້ານ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ເອ​ມີ ສ​ລິບ​ໂປ​ວິດ​ສ໌ (Amy Slipowitz) ຜູ້​ຮ່ວມ​ຂຽນ​ລາຍ​ງານ ​ກ່າວ​ຕໍ່​ວີ​ໂອ​ເອ.

ນຶ່ງ​ໃນ​ເຄື່ອງ​ມື​ຕົ້ນ​ຕໍ ​ກໍ​ແມ່ນ​ການ​ຈັບ​ກຸມ​ຄຸມ​ຂັງ​ທາງ​ການ​ເມືອງ ຊຶ່ງ​ເປັນ “ຄວາມ​ພະ​ຍາ​ຍາມເພື່ອ​ກຳ​ຈັດ​ພວກ​ຕ້ອງ​ຕິ​ແຮງ​ທີ່​ສຸດ​ອອກ​ໄປ​ຈາກ​ສັງ​ຄົມ” ທ່ານ​ນາງໄດ້​ກ່າວ.

“ພວກ​ເຮົາ​ຕ້ອງ​ການ​ຢາກ​ຮູ້​ຈັກວ່າ​ການ​ຈັບ​ກຸມ​ຄຸມ​ຂັງ​ທາງ​ການ​ເມືອງ​ມີ​ຜົນ​ກະ​ທົບ​ແບບ​ໃດ ​ຕໍ່​ການ​ຊຸດ​ໂຊມ​ລົງ ​ຂອງ​ປະ​ຊາ​ທິ​ປະ​ໄຕ” ນັ້ນ​ຄື​ຄຳ​ເວົ້າ​ ຂອງທ່ານ​ນາງ​ສ​ລິບ​ໂປ​ວິດ​ສ໌ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໄດ້​ກ່າວ.

“ມັນ​ບໍ່​ແມ່ນ​ວ່າ​ ປະ​ເທດ​ປະ​ເທດ​ດັ່ງ​ກ່າວ ​ກາຍ​ເປັນ​ລະ​ບອບຜະ​ເດັດ​ການ​ເພີ້ມ​ຂຶ້ນ​ແລະ​ຫຼັງ​ຈາກນັ້ນ ​ພວກ​ເຂົາ​ກໍ​ເລີ້ມ​ຈັບ​ກຸມ​ຄຸມ​ຂັງ​ ພວກ​ຝ່າຍ​ຄ້ານ​ຫຼື​ພວກ​ທີ່​ຕ້ອງ​ຕິ​ເຂົາ​ເຈົ້າ. ແຕ່​ມັນ​ບັງ​ເອີນ​ມີ​ຄວາມ​ກ່ຽວ​ພັນ​ກັນ ດັ່ງ​ນັ້ນ ການ​ນຳ​ໃຊ້​ການ​ຈັບ​ກຸມ​ຄຸມ​ຂັງ​ທາງ​ການ​ເມືອງ​ແມ່ນ​ການ​ເນັ້ນ​ຢ້ຳ​ໃຫ້​ເຫັນ​ເຖິງ​ການ​ເຊື່ອມ​ໂຊມ​ລົງ​ຂອງ​ປະ​ຊາ​ທິ​ປະ​ໄຕ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ” ທ່ານ​ນາງ​ກ່າວ​ຕໍ່.

ທ່າ​ອຽງ​ທີ່​ກ່າວ​ມາ​ໃນ​ລາຍ​ງານ​ສະ​ບັບ​ນີ້ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ໄພ​ຂົ່ມ​ຂູ່​ໃນ​ຂອບ​ເຂດ​ທີ່ກວາງ​ຂວາງ: ສິດ​ເສ​ລີ​ພາບ​ຂອງ​ໂລກ​ໄດ້​ເຊື່ອມ​ຖອຍ​ເປັນ​ເວ​ລາ 17 ປີ​ລຽນ​ຕິດ ອີງ​ການ​ຟ​ຣີ​ດອມ​ເຮົ້າ​ໄດ້​ກ່າວ​ຢູ່​ໃນ​ລາຍ​ງານ​ປີ 2023.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG