ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໓ ພຶດສະພາ ໒໐໒໔

ສື່ມວນ​ຊົນ​ມຽນ​ມາ ຕັ້ງ​ສະ​ພາ​ອົງ​ການ​ຂ່າວ​ອິດ​ສະ​ຫຼະ ເພື່ອ​ປົກ​ປ້ອງ​ນັກ​ຂ່າວ


ແຟ້ມ - ພວກ​ສະ​ໜັບ​ສະ​ໜຸ​ນ​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ ແລະນັກ​ເຄື່ອນ​ໄຫວ​ຊາວ​ໜຸ່ມ ເດີນ​ຂະ​ບວນ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ປ່ອຍ​ນັກ​ຂ່າວ ຈາກ​ອົງ​ການ​ຂ່າວ​ຣອຍ​ເຕີ້ 2 ຄົນ ວາ ໂລນ (Wa Lone ) ແລະ ຈໍ ໂຊ ອູ (Kyaw Soe Oo) ທີ່​ນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ ວັນ​ທີ 16 ກັນ​ຍາ 2018.
ແຟ້ມ - ພວກ​ສະ​ໜັບ​ສະ​ໜຸ​ນ​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ ແລະນັກ​ເຄື່ອນ​ໄຫວ​ຊາວ​ໜຸ່ມ ເດີນ​ຂະ​ບວນ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ປ່ອຍ​ນັກ​ຂ່າວ ຈາກ​ອົງ​ການ​ຂ່າວ​ຣອຍ​ເຕີ້ 2 ຄົນ ວາ ໂລນ (Wa Lone ) ແລະ ຈໍ ໂຊ ອູ (Kyaw Soe Oo) ທີ່​ນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ ວັນ​ທີ 16 ກັນ​ຍາ 2018.

ສ​ະ​ພາ​ອົງການຂ່າວ ທີ່​ຫາ​ກໍ​ມີ​ການ​ສ້າງ​ຕັ້ງ​ຂຶ້ນ​ໃໝ່ ໂດຍ​ກຸ່ມ​ສື່ມວນ​ຊົນ​ອິດ​ສະ​ຫຼະ ຖືກ​ເບິ່ງ​ກັນ​ ໂດຍ​ພວກ​ນັກ​ວິ​ເຄາະວ່າ ເປັນ​ບາດ​ກ້າວ​ໃນ​ທາງບວກ ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຢືດ​ຢຸ່ນປັບ​ໂຕ​ຂອງອົງ​ການ​ຂ່າວ ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ສະ​ພາ​ອົງ​ການ​ຂ່າວ​ອິດ​ສະ​ຫຼະ​ມຽນ​ມາ ຫຼື IPCM ໄດ້​ມີ​ການ​ຕັ້ງ​ຂຶ້ນ​ຢູ່ສະ​ຖານ​ທີ່​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ໄທ ທີ່​ເປັນ​ເພື່ອນ​ບ້ານ ເມື່ອ​ເດືອນ​ທັນ​ວາ​ຜ່ານ​ມາ ເພື່ອ​ຊຸກ​ຍູ້​ສິດ​ເສ​ລີ​ພາບ​ຂອງ​ສື່ມວນ​ຊົນແລະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປົກ​ປ້ອງ​ພວກ​ນັກ​ຂ່າວ​ທີ່​ໄປ ລາຍ​ງານ​ຂ່າວ​ຢູ່​ໃນ​ມຽນ​ມາ.

ນັບ​ແຕ່​ພວກ​ທະ​ຫານ​ຢຶດ​ອຳ​ນາດ​ເມື່ອ​ເກືອບ​ສາມ​ປີ​ກ່ອນ ສະ​ພາບ​ແວ​ດ​ລ້ອມ​ຂອງ​ສື່ມວນ​ຊົນ​ຢູ່​ໃນ​ມຽນ​ມາ​ ໄດ້​ເຊື່ອມ​ໂຊມ​ລົງ​ນັບ​ມື້ ໂດຍ​ມີ​ພວກ​ນັກ​ຂ່າວ​ ແລະ​ອົງ​ການ​ຂ່າວ​ຕ່າງໆ​ ໄດ້​ຕົກ​ເປັນ​ເປົ້າ​ໃນການ​ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການ.

ມຽນ​ມາ​ ຖືກ​ຈັດ​ຢູ່​ໃນ​ອັບ​ດັບ 2 ທີ່​ໄດ້​ຈັບ​ກຸມ​ພວກ​ນັກ​ຂ່າວ​ຫຼາຍ​ທີ່​ສຸດ ອີງ​ຕາມ​ຂໍ້​ມູນ​ຢູ່​ໃນ​ລາຍ​ງານ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດທີ​ 18 ມັງ​ກອນ​ວານນີ້ ໂດຍ​ກຳ​ມະ​ການ​ປົກ​ປ້ອງ​ນັກ​ຂ່າວ.

ອົງ​ການ IPCM ປະ​ກອບ​ດ້ວຍ​ຄະ​ນະ​ກຳ​ມະ​ການ​ກາງ 10 ຄົນ ຮວມ​ທັງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເລ​ຂາ​ທິ​ການ ແລະ​ນາຍ​ຄັງ ທີ່​ມີ​ການ​ເລືອກ​ຕັ້ງ. ໃນ​ຂັ້ນ​ສຸດ​ທ້າຍ ອົງ​ການ​ດັ່ງ​ກ່າວ​ຈະ​ຄະ​ນະ​ກຳ​ມະ​ການ​ກາງ​ທັງ​ໝົດ 15 ຄົນ ຊຶ່ງ​ຈະ​ຮວມ​ທັງ​ຜູ້​ຕາງ​ໜ້າ​ຈາກ​ອົງ​ການ​ຂ່າວ​ຕ່າງໆ ນັກ​ຊ່ຽວ​ຊານ​ດ້ານ​ສື່ມວນ​ຊົນ ທະ​ນາຍ​ຄວາມ ນັກ​ຂ່າວ​ອິ​ດ​ສະ​ຫຼະ ແລະ​ນັກ​ຂ່າວ​ປະ​ຊາ​ຊົນ.

ກອງ​ປະ​ຊຸມ​ເພື່ອ​ສ້າງ​ຕັ້ງ​ສະ​ພາ​ອົງ​ການ​ຂ່າວ ມີ​ຜູ້​ເຂົ້າ​ຮ່ວມ 77 ຄົນ ຮວມ​ທັງ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ມຽນ​ມາ ຈາກ 38 ອົງ​ການ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG