ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ກອງທັບອິສຣາແອລ ຮຽກຮ້ອງໃຫ້ຍົກຍ້າຍ ອອກຈາກເມືອງຣາຟາ ທາງພາກຕາເວັນອອກ ກ່ອນແຜນການບຸກໂຈມຕີ


ພວກທະຫານຂອງອິສຣາແອລ ຂັບຖັງຢູ່ໃນບໍລິເວນທີ່ຕັ້ງຂອງການບຸກໂຈມຕີ ຢູ່ໃກ້ເຂດຊາຍແດນຕິດກັບແຫຼມກາຊາ ໃນພາກໃຕ້ຂອງອິສຣາແອລ, ວັນທີ 5 ພຶດສະພາ 2024.
ພວກທະຫານຂອງອິສຣາແອລ ຂັບຖັງຢູ່ໃນບໍລິເວນທີ່ຕັ້ງຂອງການບຸກໂຈມຕີ ຢູ່ໃກ້ເຂດຊາຍແດນຕິດກັບແຫຼມກາຊາ ໃນພາກໃຕ້ຂອງອິສຣາແອລ, ວັນທີ 5 ພຶດສະພາ 2024.

ກອງທັບອິສຣາແອລ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ປະຊາຊົນຢູ່ໃນພາກຕາເວັນອອກຂອງຣາຟາ ຄວນໄປຍັງບ່ອນທີ່ກອງທັບໄດ້ເອີ້ນວ່າ ພື້ນທີ່ດ້ານມະນຸດສະທຳທີ່ຂະຫຍາຍອອກໄປ ຊຶ່ງໃນປັດຈຸບັນນນີ້ລວມທັງເຂດຄານຢູນິສນຳດ້ວຍ ອັນເປັນການເຄື່ອນໄຫວທີ່ມີຂຶ້ນ ກ່ອນໜ້າຂອງແຜນການບຸກໂຈມຕີເມືອງຣາຟາຂອງອິສຣາແອລ.

ໂຄສົກຂອງກອງກຳລັງປ້ອງກັນຊາດອິສຣາແອລ ຫຼື IDF ໄດ້ຂຽນຂໍ້ຄວາມລົງສື່ສັງຄົມໃນພາສາອາຣາບິກ ທີ່ໄດ້ກ່າວວ່າ ກອງທັບອິສຣາແອລ ຈະດຳເນີນການຕໍ່ຕ້ານອົງກອນກໍ່ການຮ້າຍຢ່າງແຂງຂັນ ໃນເມືອງຣາຟາ ແລະວ່າ ຜູ້ໃດກໍຕາມທີ່ຢູ່ໃນພື້ນທີ່ນັ້ນ ຈະເອົາຊີວິດຂອງພວກເຂົາໄປສ່ຽງ.

ອິສຣາແອລ ກຳລັງກຽມພ້ອມສຳລັບ “ປະຕິບັດການໃນຂອບເຂດທີ່ຈຳກັດ” ໃນເມືອງຣາຟາ ໂຄສົກຂອງກອງທັບໄດ້ກ່າວ, ແລະກະປະມານວ່າ ມີປະຊາຊົນ 100,000 ຄົນ ໄດ້ຂໍຮ້ອງໃຫ້ຍົກຍ້າຍອອກໄປຈາກພື້ນທີ່ດັ່ງກ່າວ.

ອິສຣາແອລ ກ່ອນໜ້ານີ້ ໄດ້ອອກແຈ້ງເຕືອນເຊັ່ນນັ້ນ ທ່າມກາງປະຕິບັດການເພື່ອກຳຈັດກຸ່ມຫົວຮຸນແຮງຮາມາສ ໃນແຫຼມກາຊາ. ຊາວປາແລັສໄຕນ໌ ຫຼາຍໆຄົນ ໃນເມືອງຣາຟາ ໄດ້ເດີນທາງໄປທີ່ເມືອງດັ່ງກ່າວນັ້ນ ເພື່ອຊອກຫາບສະຖານທີ່ຫລົບໄພ ຫຼັງຈາກທີ່ອິສຣາແອລໄດ້ແຈ້ງເຕື້ອນພວກເຂົາ ໃຫ້ຫລົບໜີອອກໄປຈາກອີກເຂດນຶ່ງຂອງກາຊາ.

ແຜນທີ່ທັງຫຼາຍ ທີ່ໄດ້ຖືກສະໜອງໂດຍກອງທັບອິສຣາແອລ ກ່ອນໜ້ານີ້ ໄດ້ສະແດງໃຫ້ເຫັນ ເຖິງເຂດດ້ານມະນຸດສະທຳ ຢູ່ເລາະຕາມແຄມຝັ່ງທະເລທາງກ້ຳຕາເວັນຕົກຂອງເມືອງຄານຢູນິສ ໃນກາຊາ ຊຶ່ງການປະກາດຂອງວັນຈັນມື້ນີ້ ໄດ້ຂະຫຍາຍພື້ນທີ່ທັງສອງແຫ່ງນັ້ນ ໄປຮອດພາກເໜືອເລາະຕາມແຄມຝັ່ງທະເລ ພ້ອມກັບ ທາງພາກຕາເວັນອອກ ທີ່ລວມທັງເມືອງຄານຢູນິສ.

ອິສຣາແອລ ໄດ້ກ່າວວາ ການບຸກໂຈມຕີ ໃນເມືອງຣາຟາ ແມ່ນຈຳເປັນເພື່ອຜາບແພ້ກຸ່ມຮາມາສ ໃນຂະນະດຽວກັນ ສະຫະລັດ, ອົງການສະຫະປະຊາຊາດ ແລະປະເທດອື່ນໆ ໄດ້ເຕື່ອນເຖິງຄວາມຫາຍະນະດ້ານມະນຸດສະທຳທີ່ອາດເກີດຂຶ້ນໄດ້ ຖ້າອິສຣາແອລ ດຳເນີນການໂຈມຕີຂະໜາດໃຫຍ່ ໃນພື້ນທີ່ດັ່ງກ່າວ ບ່ອນທີ່ມີປະຊາກອນຂອງກາຊາຫຼາຍກວ່າເຄິ່ງນຶ່ງ ກຳລັງຫລົບໄພສົງຄາມຢູ່ນັ້ນ.

ອົງການຂ່າວຣອຍເຕີສ໌ ໄດ້ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່ອາວຸໂສຂອງກຸ່ມຮາມາສ ໂດຍເອີ້ນຄຳສັ່ງໃຫ້ຍົກຍ້າຍສຳລັບເມືອງຣາຟາ ວ່າ "ການທະວີຂຶ້ນຂອງໄພອັນຕະລາຍ ທີ່ຈະມີຜົນທີ່ຕິດຕາມມາ."

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ໄດ້ເນັ້ນຢ້ຳເຖິງບັນຫາອີກຄັ້ງນຶ່ງ ໃນວັນອາທິດວານນີ້ ໃນການໂທໄປລົມກັບ ລັດຖະມົນຕີປ້ອງກັນປະເທດອິສຣາແອລ ທ່ານໂຢອາບ ກາລລານ.

ສົງຄາມໄດ້ເລີ້ມຂຶ້ນຫຼັງຈາກ ວັນທີ 7 ຕຸລາ ເມື່ອກຸ່ມຮາມາສບຸກໂຈມຕີ ອິສຣາແອລ ແລ້ວໄດ້ສັງຫານປະຊາຊົນ 1,200 ຄົນ.

Israel’s military said Monday that people in eastern parts of Rafah should go to what the military called an expanded humanitarian area that now includes Khan Younis, in a move that comes ahead of a planned Israeli offensive in Rafah.

An IDF spokesperson, posting on social media in Arabic, said the Israeli military will act forcefully against terrorist organizations in Rafah, and that anyone who is in the area will be putting their lives at risk.

Israel is preparing a “limited scope operation” in Rafah, a military spokesperson said, and an estimated 100,000 people were being asked to leave the evacuation area.

Israel has previously issued such warnings amid its campaign to eliminate the Hamas militant group in the Gaza Strip. Many of the Palestinians in Rafah traveled there seeking shelter after Israel warned them to flee other parts of Gaza.

Maps provided by the Israeli military previously showed a humanitarian zone along the Gaza coast west of Khan Younis. Monday’s announcement expanded that area both to the north along the coast, as well as east to include Khan Younis.

Israel has said an offensive in Rafah is necessary to defeat Hamas, while the United States, United Nations and others have warned of a potential humanitarian catastrophe if Israel carries out a large-scale attack in the area where more than half of Gaza’s population is sheltering.

Reuters quoted a senior Hamas official calling the evacuation order for Rafah a “dangerous escalation that will have consequences.”

U.S. Defense Secretary Lloyd Austin highlighted the issue again in a Sunday phone call with Israel Defense Minister Yoav Gallant.

The war started after the October 7 Hamas terrorist attack killed 1200 in Israel.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG