ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໖ ພຶດສະພາ ໒໐໒໔

ໄຕ້ຫວັນເຈາະຜ່ານ ສິ່ງກີດກັ້ນຕ່າງໆ ຂອງການກວດສອບ ຫຼືການເຊັນເຊີ ໂດຍຈີນ


ແຟ້ອມພາບ - ສະຖານີວິທະຍຸ ໄທໜານ (Tainan Radio Station), ສະຖານີວິທະຍຸນານາຊາດໄຕ້ຫວັນ.
ແຟ້ອມພາບ - ສະຖານີວິທະຍຸ ໄທໜານ (Tainan Radio Station), ສະຖານີວິທະຍຸນານາຊາດໄຕ້ຫວັນ.

ການທຳລາຍສິ່ງກີດກັ້ນທັງຫຼາຍດ້ວຍການເຊັນເຊີ ຫຼື ການກວດກາໃນຈີນ, ມຽນມາ ແລະເກົາຫຼີເຫນືອ ນັ້ນ ແມ່ນເປັນວຽກງານທີ່ໜ້າເປັນຫວ່ງ, ເນື່ອງຈາກວ່າ ປະເທດເຫຼົ່ານີ້ ໄດ້ສ້າງລະບົບຮັກສາຄວາມປອດໄພທາງອີເລັກໂທນິກ ທີ່ບໍ່ສາມາດເຈາະເຂົ້າໄປໄດ້ ເພື່ອຕ້ານກັບຂ່າວ ແລະຂໍ້ມູນຈາກພາຍນອກ. ແຕ່​ວິທະຍຸສາກົນໄຕ້​ຫວັນ ​ປະສົບຜົນສຳເລັດໂດຍການໃຊ້ວິທະຍຸຄື້ນສັ້ນ ເພື່ອເຈາະຜ່ານ.

“ພວກເຮົາມີທ່າແຮງທີ່ຈະມີຜູ້ຟັງ 70 ລ້ານຫາ 1.2 ຕື້ຄົນ ທີ່ອາໃສຄື້ນສັ້ນເພື່ອເອົາຂໍ້ມູນຈາກ ນອກປະເທດຂອງພວກເຂົາ,” ທ່ານນາງ ໄອຊິສ ລີ (Isis Lee), ຮອງປະທານຂອງວິທະຍຸສາກົນໄຕ້​ຫວັນ ຫຼື RTI ກ່າວ.

ໂດຍການອອກອາກາດມາຕັ້ງແຕ່ປີ 1928, RTI ກ່າວວ່າ ພາລະກິດຂອງພວກເຂົາແມ່ນການນຳສະເໜີເລື່ອງຕ່າງໆ ທີ່ຜູ້ຟັງຈະບໍ່ ຫຼື ສາມາດໄດ້ຍິນ ຫຼືໄດ້ເຫັນໃນໂທລະພາບ, ວິທະຍຸ, ອອນໄລນ໌ ຫຼື ໃນຫນັງສືພິມ ມາໃຫ້ພວກເຂົາ.

ທ່ານນາງ ລີ ກ່າວ​ຕໍ່​ວີ​ໂອ​ເອວ່າ “ນຶ່ງໃນກຸ່ມຜູ້​ຊົມ​ທີ່​ສຳຄັນກຸ່ມນຶ່ງ​ຂອງ​ພວກ​ເຮົາ​ທີ່​ຈະ​ເຂົ້າຫາ​ແມ່ນ​ສັງ​ຄົມ​ທີ່​ເວົ້າ​ພາສາ​ຈີນ​ກາງ​ ໃນ​ປະ​ເທດ​ຈີນ ຊຶ່ງ​ມີ​ການ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ​ທີ່​ຈຳກັດ​ຫຼາຍ. ນາງກ່າວຕື່ມວ່າ “ພວກເຮົາມີຜູ້ຊົມຈຳນວນຫຼາຍໃນປະເທດຈີນ, ແລະພວກເຂົາອີງໃສ່ການບໍລິການຄື້ນສັ້ນ RTI ເພື່ອຮັບເອົາທັດສະນະຈາກພາຍນອກຈີນ ໃນພາສາແມ່ຂອງພວກເຂົາ”.

ມີຜູ້ເວົ້າພາສາຈີນກາງຫຼາຍກວ່າ 1 ຕື້ຄົນໃນທົ່ວໂລກ, ແລະສ່ວນໃຫຍ່ແມ່ນຢູ່ໃນປະເທດຈີນ.

ວິ​ທະ​ຍຸຄື້ນສັ້ນ ​ຖື​ວ່າ​ ລ້າ​ສະ​ໄຫມ​ ແລະ​ເກົ່າ​ແກ່​ ສຳລັບຫຼາຍໆຄົນ ໃນຍຸກ
ດິ​ຈິ​ຕອລ ​ທີ່​ຄອບ​ຄອງ​ໂດຍ​ອິນ​ເຕີ​ເນັດ​. ແຕ່ຂໍ້ດີທີ່ສຳຄັນສອງຢ່າງຂອງວິທະຍຸຄື້ນສັ້ນ ສຳລັບປະຊາຊົນຜູ້ທີ່ອີງໃສ່ຂໍ້ມູນ ແລະຜູ້ທີ່ເຮັດວິທະຍຸກະຈາຍສຽງ ກໍຄືມັນຍາກສຳລັບລັດຖະບານທີ່ຈະກວດສອບ ຫຼືຕິດຕາມຜູ້ຟັງຂອງຄື້ນດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG