ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໕ ພຶດສະພາ ໒໐໒໔

ສອງນັກຂຽນຂ່າວອອນລາຍຊາວຈີນ ທີ່ລີ້ໄພຢູ່ຕ່າງປະເທດ ອອກມາເຕືອນວ່າ ເຈົ້າໜ້າທີ່ຕໍາຫຼວດຈີນ ກໍາລັງສອບຖາມຜູ້ຕິດຕາມພວກເຂົາເຈົ້າ


ແຟ້ມຮູບ-ທ່ານຫວັງ ຊີອານ ກ່າວປາໄສໃນລະຫວ່າງການສໍາພາດກັບອົງການຂ່າວ AP ໃນນະຄອນຫຼວງໂຕກຽວ ໃນວັນທີ 5 ຕຸລາ 2024, ທີ່ຕໍາຫຼວດໄດ້ດໍາເນີນການສອບຖາມຜູ້ຄົນທີ່ຕິດຕາມພວກເຂົາເຈົ້າໃນສື່ສັງຄົມອອນລາຍ.
ແຟ້ມຮູບ-ທ່ານຫວັງ ຊີອານ ກ່າວປາໄສໃນລະຫວ່າງການສໍາພາດກັບອົງການຂ່າວ AP ໃນນະຄອນຫຼວງໂຕກຽວ ໃນວັນທີ 5 ຕຸລາ 2024, ທີ່ຕໍາຫຼວດໄດ້ດໍາເນີນການສອບຖາມຜູ້ຄົນທີ່ຕິດຕາມພວກເຂົາເຈົ້າໃນສື່ສັງຄົມອອນລາຍ.

ນັກຂຽນຂ່າວອອນລາຍຊາວຈີນ ທີ່ມີຊື່ສຽງສອງຄົນທີ່ໜີໄປລີ້ໄພຢູ່ເທດກ່າວວ່າ ເຈົ້າໜ້າທີ່ຕໍາຫຼວດກໍາລັງດໍາເນີນການສືບສວນຜູ້ຕິດຕາມຫລາຍລ້ານຄົນຂອງພວກເຂົາໃນສື່ສັງຄົມອອນລາຍສາກົນ, ໃນຄວາມພະຍາຍາມຂອງປັກກິ່ງທີ່ກໍາລັງເພີ້ມການຂັດຂວາງຄໍາເວົ້າກ່ຽວກັບການວິຈານ ເຖິງແມ່ນວ່າ ເກີດຂຶ້ນຢູ່ນອກຂອບເຂດຂອງປະເທດກໍຕາມ, ອີງຕາມລາຍງານຂອງອົງການຂ່າວ AP.

ອະດີດ​ນັກ​ຂ່າວ CCTV ຂອງ​ລັດຖະບານ ທ່ານຫວັງ ຊີອານ (Wang Zhi'an) ​ແລະ​ນັກ​ສິລະ​ປິນທີ່ກາຍມາເປັນຜູ້ທີ່ມີຄວາມຄິດແຕກຕ່າງ ທ່ານລີ ຢິງ (Li Ying), ເຊິ່ງທັງສອງຄົນ​ເປັນທີ່​ຮູ້​ຈັກ​ກັນ​ໃນ​ນາມຜູ້ປະກາດ​ຂ່າວ​ຂອງ​ຈີນ ​ທີ່​ບໍ່​ມີ​ການ​ກວດກາ, ກ່າວ​ໃນ​ຂໍ້ຄວາມ​ຕ່າງ​ກັນ​ຂອງ​ວັນ​ອາທິດ​ແລ້ວ​ນີ້​ວ່າ ເຈົ້າໜ້າທີ່ຕຳຫຼວດ​ກຳລັງ​ສອບ​ຖາມ​ຜູ້​ຄົນທີ່​ຕິດຕາມ​ພວກ​ເຂົາ​ເຈົ້າ​ຢູ່​ໃນ​ສື່​ສັງຄົມອອນລາຍ ​ແລະ​ໄດ້ຮຽກຮ້ອງ​ໃຫ້​ຜູ້​ຕິດຕາມ​ເຂົາເຈົ້າ ຈົ່ງລະມັດລະວັງເຊັ່ນ ຍຸຕິຕິດຕາມບັນຊີທາງອອນລາຍຂອງພວກເຂົາເຈົ້າ​, ທໍາການປ່ຽນ​ແປງ​ຊື່​ຜູ້​ໃຊ້​ຂອງພວກ​ເຂົາ, ຫຼີກລ່ຽງ​ການໃຊ້​ໂທລະ​ສັບ​ ​ແລະ​ການ​ກະ​ກຽມ​ທີ່​ຈະ​ຕັ້ງຄໍາ​ຖາມຢູ່ໃນຂອບເຂດຂອງປະເທດຈີນ​.

ທ່ານລີ ຢິງ, ທີ່ຮູ້ຈັກໃນນາມອາຈານລີ, ກາຍມາເປັນຄົນທີ່ມີຊື່ສຽງ ເນື່ອງຈາກເປັນແຫຼ່ງຂ່າວກ່ຽວກັບການປະທ້ວງຂອງຫນັງສືສີຂາວ, ເຊິ່ງເປັນຊ່ວງເວລາຂອງການປະທ້ວງທີ່ບໍ່ຄ່ອຍເກີດຂຶ້ນ ເພື່ອຕໍ່ຕ້ານລັດຖະບານໃນຈີນແຜ່ນດິນໃຫຍ່ເມື່ອປີ 2022. ບັນຊີທາງອອນລາຍຂອງອາຈານລີ ຢູ່ໃນສື່ສັງຄົມ X ຫຼື Twitter, ປັດຈຸບັນນີ້ແມ່ນ @whyyoutouzhele ໄດ້ໂພສຂ່າວ ແລະວິດີໂອທີ່ສົ່ງໂດຍຜູ້ໃຊ້, ເຊິ່ງກວມເອົາທຸກສິ່ງຈາກການປະທ້ວງຢູ່ໃນທ້ອງຖິ່ນ ໄປຈົນເຖິງວິດີໂອທີ່ແຜ່ລາມຢ່າງໄວວາ ກ່ຽວກັບເຫດການໃນຊີວິດຈິງທີ່ຖືກປິດບັງໃນອິນເຕີເນັດຂອງຈີນ.

ໃນໂພສຂອງ​ຕອນ​ແລງ​ວັນ​ອາ​ທິດແລ້ວນີ້, ອາຈານລີ ໄດ້​ແນະ​ນໍາ​ໃຫ້​ຜູ້​ຄົນຢຸດ​ເຊົາ​ຕິດ​ຕາມ​ບັນ​ຊີ​ຂອງ​ຕົນ. "ປະຈຸບັນ, ສໍານັກງານດ້ານຄວາມປອດໄພຂອງປະເທດ ກໍາລັງດໍາເນີນການກວດສອບຜູ້ຕິດຕາມຈໍານວນ 1 ລ້ານ 6 ແສນຄົນຂອງຂ້າພະເຈົ້າ ແລະຜູ້ຄົນທີ່ສະແດງຄໍາເຫັນ, ເປັນແຕ່ລະບຸກຄົນ ບຸກຄົນໄປ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG