ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຜູ້ຂັບລົດບັນທຸກຈີນ ໄດ້ຮັບການຍ້ອງຍໍຈາກການຫຼຸດຈໍານວນຜູ້ເສຍຊີວິດລົງ ໃນເຫດການດິນເຈື່ອນຢູ່ທາງດ່ວນ


ພາບຖ່າຍທາງອາກາດ ທີ່ຖືກຖ່າຍໃນວັນທີ 2 ພຶດສະພາ, ສະແດງໃຫ້ເຫັນບັນດາຜູ້ກູ້ໄພ ແລະ ລົດຈົກ ພາກັນປະຕິບັດງານຢູ່ໃນຂົງເຂດທາງຫຼວງທີ່ພັງຍຸບລົງມາ ເທິງທາງດ່ວນ Meizhou-Dabu Expressway ໃນເມືອງເໝີຍຊູ (Meizhou), ປະເທດຈີນ. (Xinhua News Agency via AP)
ພາບຖ່າຍທາງອາກາດ ທີ່ຖືກຖ່າຍໃນວັນທີ 2 ພຶດສະພາ, ສະແດງໃຫ້ເຫັນບັນດາຜູ້ກູ້ໄພ ແລະ ລົດຈົກ ພາກັນປະຕິບັດງານຢູ່ໃນຂົງເຂດທາງຫຼວງທີ່ພັງຍຸບລົງມາ ເທິງທາງດ່ວນ Meizhou-Dabu Expressway ໃນເມືອງເໝີຍຊູ (Meizhou), ປະເທດຈີນ. (Xinhua News Agency via AP)

ຄົນຂັບລົດບັນທຸກຊາວຈີນຜູ້ນຶ່ງ ໄດ້ຮັບການຍ້ອງຍໍໃນສື່ສັງຄົມທ້ອງຖິ່ນຂອງມື້ວັນເສົາແລ້ວນີ້ ລຸນຫຼັງທີ່ລາວຈອດລົດຂວາງເສັ້ນທາງຫຼວງ ແລະທໍາການປ້ອງກັນບໍ່ໃຫ້ລົດຫຼາຍຄັນກິ້ງຕົກລົງໄປໃນຈ້າຍພູ ຫຼັງຈາກສ່ວນນຶ່ງຂອງເສັ້ນທາງຫຼວງຢູ່ໃນຂົງເຂດພູດອຍທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ ພັງຍຸບລົງມາ ອັນໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 48 ຄົນ.

ທ້າວຫວັງ ຊຽງໜານ (Wang Xiangnan) ​ໄດ້​ຂັບ​ລົດ​ໄປ​ຕາມເສັ້ນ​ທາງ​ຫຼວງ​ທີ່ຕັ້ງຢູ່ໃນ​ແຂວງກວາງດົງ ​ເຊິ່ງ​ເປັນ​ສູນ​ກາງທາງ​ເສດຖະກິດ​ທີ່​ສຳຄັນ​ໃນ​ພາກ​ໃຕ້​ຂອງ​ຈີນ ໃນວັນພຸດແລ້ວນີ້. ໃນເວລາປະມານ 2 ໂມງເຊົ້າ, ທ້າວ ຫວັງ ແນມເຫັນຍານພາຫະນະຫຼາຍຄັນເຄື່ອນທີ່ໄປໃນທາງກົງກັນຂ້າມກັບທາງດ່ວນ 4 ເລນ ແລະເພື່ອນຮ່ວມອາຊີບຂັບລົດຄົນນຶ່ງໄດ້ແຈ້ງໃຫ້ລາວຮູ້ ກ່ຽວກັບການພັງລົງຂອງຖະໜົນ, ອີງຕາມລາຍງານຂອງສື່ມວນຊົນໃນທ້ອງຖິ່ນ.

ດ້ວຍການຕອບສະໜອງຢ່າງໄວວາ, ທ້າວ ຫວັງ ເຊິ່ງເປັນອະດີດທະຫານ ໄດ້ຂັບລົດບັນທຸກຂອງລາວຂວາງເສັ້ນທາງດ່ວນດັ່ງກ່າວນັ້ນ ໃນທັນທີ, ເພື່ອສະກັດກັ້ນບໍ່ໃຫ້ຍານພາຫະນະຫຼາຍສິບຄັນເຂົ້າໄປສູ່ຂົງເຂດທີ່ອັນຕະລາຍ, ອີງຕາມການລາຍງານຂອງອົງການຂ່າວ ຈູຍປາຍ (Jiupai) ທີ່ໄດ້ອ້າງຈາກການກ່າວຂອງ ທ້າວ ຫວັງ, ອົງການຂ່າວຍັງໄດ້ກ່າວອີກວ່າ ໃນຂະນະດຽວກັນ ພັນລະຍາຂອງລາວ ກໍໄດ້ໂດດລົງຈາກລົດບັນທຸກ ເພື່ອອອກມາແຈ້ງເຕືອນໃຫ້ຜູ້ຂັບຂີ່ຍານພາຫະນະຄົນອື່ນໆຮູ້ກ່ຽວກັບສະຖານະການທີ່ເກີດຂຶ້ນ.

ທ້າວ ຫວັງ ກ່າວຕໍ່ອົງການຂ່າວ ວ່າ “ຂ້ອຍ​ບໍ່​ໄດ້​ຄິດຫຍັງ​ຫຼາຍ, ຂ້ອຍພຽງແຕ່ຕ້ອງການຢຸດຍານພາຫະນະຕ່າງໆເຫຼົ່ານັ້ນ.”

ການ​ກະທຳ​ທີ່​ກ້າຫານ​ຂອງ ​ທ້າວ ຫວັງ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ຜູ້​ໃຊ້​ສື່​ສັງຄົມ​ຂອງ​ຈີນ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ມູນ​ນິທິ​ພັດທະນາ​ແຮງ​ງານຂອງ ​ຈີນ ​ອີກ​ດ້ວຍ.

ມູນ​ນິທິ​ດັ່ງກ່າວ ໄດ້​ປະກາດອອກມາ​ໃນ​ວັນ​ສຸກແລ້ວ​ນີ້​ ໂດຍ​ຮ່ວມ​ມື​ກັບ​ບໍລິສັດ​ຍານພາຫະນະລົດ​ຍົນ​ແຫ່ງ​ນຶ່ງ ​ໄດ້​ມອບ​ເງິນລາງວັນ​ໃຫ້ ທ້າວ ຫວັງ​ ໃນຈໍານວນ 10,000 ຢວນ ຫຼື 1,414 ​ໂດ​ລາ​. ໂຄງການເພື່ອການກຸສົນທີ່ເຊື່ອມໂຍງກັບບໍລິສັດເທັກໂນໂລຈີຂະໜາດໃຫຍ່ Alibaba Group Holding ຍັງໄດ້ມອບເງິນຈໍານວນເທົ່າກັນ ໃຫ້ກັບ ທ້າວ ຫວັງ ອີກດ້ວຍ, ອີງຕາມລາຍງານຂອງຫນັງສືພິມ ດາເຫ ເດລີ (Dahe Daily). ທ້າວ ຫວັງ ກ່າວ​ຕໍ່​ໜັງ​ສື​ພິມດັ່ງກ່າວ​ວ່າ ລາວ​ຈະ​ບໍລິຈາກ​ເງິນຈໍານວນດັ່ງກ່າວ ​ໃຫ້​ແກ່​ຄອບ​ຄົວ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກເຫດການດິນເຈື່ອນນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG