ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໖ ພຶດສະພາ ໒໐໒໔

ສະຖານທູດຈີນ ປະນາມ ຄວາມເຫັນຂອງເອກອັກຄະລັດຖະທູດຟີລິບປິນ ກ່ຽວກັບທະເລຈີນໃຕ້


ແຟ້ມພາບ - ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສະຫະລັດ ທ່ານໂຮເສ ແມນູແອລ ໂຣມາວເດສ ກ່າວໃນລະຫວ່າງ ພິທີຢູ່ໃນນະຄອນຫຼວງມານີລາ ຂອງຟີລິບປິນ, ເມື່ອວັນທີ 6 ສິງຫາ 2022.
ແຟ້ມພາບ - ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສະຫະລັດ ທ່ານໂຮເສ ແມນູແອລ ໂຣມາວເດສ ກ່າວໃນລະຫວ່າງ ພິທີຢູ່ໃນນະຄອນຫຼວງມານີລາ ຂອງຟີລິບປິນ, ເມື່ອວັນທີ 6 ສິງຫາ 2022.

ສະຖານທູດຈີນໃນຟີລິບປິນ ໄດ້ກ່າວໃນວັນອາທິດວານນີ້ວ່າ ຕົນກ່າວປະນາມ ເອກອັກຄະລັດຖະທູດຟີລິບປິນ ປະຈຳນະຄອນຫຼວງວໍຊິງຕັນ “ຢ່າງຮຸນ​ແຮງ” ກ່ຽວກັບຄຳເຫັນຂອງທ່ານທີ່ພົວພັນກັບຈີນ ໂດຍກ່າວວ່າ ຄວາມເຫັນນັ້ນ “ບໍ່ຄຳ ນຶງເຖິງພື້ນຖານຂອງຄວາມຈິງ.”

ຄຳເຫັນດັ່ງກ່າວນັ້ນຄືວ່າ “ພຽງຕ້ອງການຢາກໂຄສະນາຢ່າງຄຶກໂຄມເລື້ອງທະ ເລຈີນໃຕ້ ແລະເຮັດໃຫ້ເກີດຄວາມຄາດເດົາ ແລະໃສ່ຮ້າຍປ້າຍສີທີ່ຮ້າຍແຮງຕໍ່ ຈີນ” ສະຖານທູດຈີນ ໄດ້ກ່າວໃນຖະແຫລງການສະບັບນຶ່ງ.

ທ່ານໂຮເສ ແມນູແອລ ໂຣມາລເດສ ໄດ້ກ່າວໃນວັນພຸດຜ່ານມາວ່າ ໃນຂະນະ ທີ່ສະຫະລັດເຫັນທັງບັນຫາຂອງທະເລຈີນໃຕ້ ແລະບັນຫາຂັດແຍ້ງຂອງໄຕ້ຫວັນ ທີ່ອາດເກີດຂຶ້ນໄດ້ນັ້ນຄື “ຄວາມເປັນຫ່ວງຢ່າງຈິງຈັງ” ຊຶ່ງທ່ານເຊື່ອວ່າ “ເປັນ ຈຸດຮ້ອນແຮງແທ້ໆຢູ່ທະເລຕາເວັນຕົກຂອງຟີລິບປິນ” ເມື່ອຄຳນຶ່ງເຖິງ “ການປະ ທະກັນທັງຫຼາຍເຫຼົ່ານີ້ ທີ່ເກີດຂຶ້ນຢູ່ທີ່ນັ້ນ.”

ສະຖານທູດຂອງຈີນ ໄດ້ກ່າວວ່າ “ການເຊືື້ອເຊີນພວກໝາປ່າເຂົ້າມາໃນບ້ານ ແລະພົວພັນໃນວົງກຸ່ມນ້ອຍໆ ຈະບໍ່ພຽງຊ່ອຍແກ້ໄຂຄວາມເຫັນທີ່ແຕກຕ່າງກັນ ໄດ້ໃນທະເລຈີນໃຕ້ເທົ່າ​ນັ້ນ ແຕ່ໃນກົງກັນຂ້າມຈະເຮັດໃຫ້ສະຖານະການຢູ່ໃນ ພາກພື້ນຫຍຸ້ງຍາກ ແລະບ່ອນທຳລາຍສັນຕິພາບ ແລະສະຖຽນລະພາບຢູ່ໃນ ຂົງເຂດ.”

ຕົນໄດ້ຮຽກຮ້ອງຕໍ່ທ່ານໂຮມາວເດສ ໃຫ້ຢຸດເຊົາເຜີຍແຜ່ “ທິດສະດີໄພຂົ່ມຂູ່ ຂອງຈີນ” ແລະ “ຄວາມຫວາດລະແວງ ກ່ຽວ​ກັບ ການປະຫັດປະຫານ” ແລະ ໃຫ້ຍັບຍັ້ງຈາກ “ການທຳໂຕເປັນໂຄສົກໃຫ້ປະເທດອື່ນໆ.”

ສະຖານທູດຟີລິບປິນໃນນະຄອນຫຼວງປັກກິ່ງ ບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການ ຂໍຄຳເຫັນກ່ຽວກັບເລື້ອງດັ່ງກ່າວ.

ຄວາມເຄັ່ງຕຶງໄດ້ລຸກລາມຂຶ້ນໄປທົ່ວເສັ້ນທາງທະເລທີ່ມີບັນຫາຂັດແຍ້ງໃນທະເລຈີນໃຕ້ ໂດຍປັກກິ່ງ ແລະມານີລາ ຕ່າງກໍແລກປ່ຽນການກ່າວຫາຊຶ່ງກັນແລະກັນ ຢ່າງແຮງກ່ຽວກັບການປະທະກັນນັ້ນ.

ຈີນໄດ້ອ້າງເອົາກຳມະສິດເກືອບທັງໝົດຂອງທະເລຈີນໃຕ້ ອັນເປັນເສັ້ນທາງ ດ້ານການຄ້າຂອງກຳປັ່ນມູນຄ່າຫຼາຍກວ່າ 3 ພັນຕື້ໂດລາໃນແຕ່ລະປີ ລວມທັງ ການອ້າງເອົາກຳມະສິດໃນບາງສ່ວນທີ່ ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ບຣູໄນ ຕ່າງກໍອ້າງເອົາກຳມະສິດເຊັ່ນກັນ. ສານຖາວອນ ເພື່ອການແກ້ໄຂບັນຫາລະຫວ່າງລັດຖະບານ ຫຼື PCA ທີ່ຕັ້ງຢູ່ນະຄອນເຮັກ ຂອງປະເທດເນເທີແລນ ໃນປີ 2016 ໄດ້ກ່າວວ່າ ການອ້າງກຳມະສິດຂອງຈີນ ບໍ່ມີພື້ນຖານທາງດ້ານກົດໝາຍ. ແຕ່ປັກກິ່ງບໍ່ຮັບຮູ້ຕໍ່ອຳນາດຂອງສານດັ່ງກ່າວ.

The China Embassy in the Philippines said Sunday it "strongly" condemns the Philippine ambassador to Washington's recent China-related remarks, saying they "disregarded basic facts."

The remarks "wantonly hyped up the South China Sea issue and made speculations and malicious smears against China," the embassy said in a statement.

Jose Manuel Romualdez said Wednesday that while the United States sees both the South China Sea issue and a potential Taiwan conflict as "serious concerns," he believed the "real flashpoint is the West Philippine Sea" given "all of these skirmishes happening there."

The Chinese Embassy said, "Inviting wolves into the house and engaging in small circles will not only not help resolve the differences in the South China Sea, but on the contrary will complicate the regional situation, and undermine regional peace and stability."

It urged Romualdez to stop spreading the "China threat theory" and "paranoia of persecution," and to refrain from "acting as a spokesperson for other countries."

The Philippine Embassy in Beijing did not immediately respond to a request for comment.

Tensions have flashed over maritime disputes in the South China Sea, with Beijing and Manila trading sharp accusations over a slew of run-ins.

China claims almost the entire South China Sea, a conduit for more than $3 trillion of annual ship-borne commerce, including parts claimed by the Philippines, Vietnam, Indonesia, Malaysia and Brunei. The Permanent Court of Arbitration in 2016 said China's claims had no legal basis. But Beijing does not recognize the court’s authority.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG