ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຕຳຫຼວດອອສເຕຣເລຍ ຍິງໄວລຸ້ນ ອາຍຸ 16 ທີ່ຖືມີດຢູ່ ຫຼັງຈາກລາວ ໄດ້ແທງຜູ້ຊາຍຄົນນຶ່ງ ໃນເມືອງເພີຣຕ໌


ໃນພາບນີ້ ເອົາອອກມາຈາກວີດີໂອ ສະແດງໃຫ້ເຫັນ ຜູ້ປົກຄອງເຂດພາກຕາເວັນຕົກຂອງອອສເຕຣເລຍ ທ່ານຣໍເຈີ ຄຸກ ກ່າວຖະແຫລງໃນກອງປະຊຸມຖະແຫລງຂ່າວ ໃນເມືອງເພີຣຕ໌, ວັນທີ 5 ພຶດສະພາ 2024.
ໃນພາບນີ້ ເອົາອອກມາຈາກວີດີໂອ ສະແດງໃຫ້ເຫັນ ຜູ້ປົກຄອງເຂດພາກຕາເວັນຕົກຂອງອອສເຕຣເລຍ ທ່ານຣໍເຈີ ຄຸກ ກ່າວຖະແຫລງໃນກອງປະຊຸມຖະແຫລງຂ່າວ ໃນເມືອງເພີຣຕ໌, ວັນທີ 5 ພຶດສະພາ 2024.

ເຍົາວະຊົນຜູ້ຊາຍອາຍຸ 16 ປີ ຖືມີດໃນມືໄດ້ຖືກຍິງຕາຍໂດຍເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກທີ່ຜູ້ກ່ຽວໄດ້ແທງຊາຍຄົນນຶ່ງ ໃນເມືອງເພີຣທ໌ ແຄມຝັ່ງທະເລທາງພາກຕາເວັນຕົກຂອງອອສເຕຣເລຍ ດັ່ງທີ່ເຈົ້າໜ້າທີ່ໄດ້ກ່າວໃນວັນອາທິດວານນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ເຫດການດັ່ງກ່າວເກີດຂຶນໃນສະຖານທີ່ຈອດລົດຂອງຮ້ານຄ້າຂາຍເຄື່ອງມືຕ່າງໆຢູ່ຊານເມືອງ ວີລເລັດຕັນ ໃນຕອນແລງວັນເສົາຜ່ານມານີ້.

ຊາຍໜຸ່ມຜູ້ນີ້ ໄດ້ໂຈມຕີຜູ້ຊາຍ ແລະຕໍ່ຈາກນັ້ນ ໄດ້ແລ່ນເຂົ້າໄປຫາບັນດາເຈົ້າໜ້າທີ່ຕຳຫຼວດ ກ່ອນທີ່ລາວ ຈະຖືກຍິງ, ຜູ້ປົກຄອງເຂດຕາເວັນຕົກຂອງອອສເຕຣເລຍ ທ່ານ ຣໍເຈີ ຄຸກ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອາທິດວານນີ້.

ທ່ານຄຸກ ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ຕື່ມວ່າ “ມີຂໍ້ບົ່ງບອກຫຼາຍຢ່າງທີ່ລາວ ໄດ້ຖືກລ້າງສະໝອງທາງອອນໄລນ໌.”

ທ່ານຄຸກເວົ້າຕື່ມວ່າ “ແຕ່ຂ້າພະເຈົ້າຢາກຮັບປະກັນຕໍ່ຊຸມຊົນຢູ່ໃນເວທີແຫ່ງນີ້ ມັນປາກົດວ່າ ລາວໄດ້ກະທຳພຽງລຳພັງ ແລະພຽງຜູ້ດຽວ.”

ຊາຍຄົນຜູ້ມີອາຍຸ 30 ກວ່າປີ ໄດ້ຖືກພົບເຫັນຢູ່ໃນຈຸດເກີດເຫດ ໂດຍມີບາດແຜຖືກແທງຢູ່ດ້ານຫຼັງຂອງລາວ. ລາວໄດ້ຖືກນຳສົ່ງໄປໂຮງໝໍໃນອາກາດນສາຫັດ ແຕ່ລາວກໍຢູ່ໃນສະພາບໝັ້ນທ່ຽງ ອີງຕາມຖະແຫລງການຂອງຕຳຫຼວດ.

ຕຳລວດ ແລະບັນດາເຈົ້າໜ້າທີ່ອົງການສືບລັບດານຄວາມໝັ້ນຄົງຂອງອອສເຕເລຍ ໄດ້ດຳເນີນການສືບສວນສອບສວນຕໍ່ຕ້ານການກໍ່ການຮ້າຍ ໃນເມືອງແຄມຝັ່ງທາງພາກຕາເວັນອກຂອງຊິດນີ ນັບຕັ້ງແຕ່ໄວລຸ້ນຜູ້ຊາຍອາຍຸ 16 ປີ ໄດ້ແທງພະສັງຄະລາດ ສາສະໜາ ອໍໂທດ໊ອກສ໌ ຂອງອາສຊີເລຍ ແລະຄຸນພໍ່ໃນໂບດແຫ່ງນຶ່ງ ໃນວັນທີ 15 ເມສາ.

ໄວລຸ້ນຜູ້ຊາຍຄົນນັນ ໄດ້ຖືກແຈ້ງຂໍ້ຫາດ້ວຍການກະທຳກໍ່ການຮ້າຍ. ສ່ວນອີກຫົກຄົນທີ່ຖືກກ່າວຫາວ່າເປັນຜູ້ຮ່ວມກະທຳຜິດ ກໍໄດ້ຖືກແຈ້ງຂໍ້ຫາຫຼາຍກະທົງ ໂດຍລວມມີ ການສົມຮູ້ຮ່ວມຄິດ ເພື່ອການກະທຳ ຫຼື ການວາງແຜນກໍ່ການຮ້າຍ. ໝົດທຸກຄົນຍັງຄົງຢູ່ໃນການຄວບຄຸມຕົວໂດຍທາງການຢູ່.

A 16-year-old boy armed with a knife was shot dead by police after he stabbed a man in the Australian west coast city of Perth, officials said Sunday.

The incident occurred in the parking lot of a hardware store in suburban Willetton on Saturday night.

The teen attacked the man and then rushed at police officers before he was shot, Western Australian Premier Roger Cook told reporters Sunday.

"There are indications he had been radicalized online," Cook told a news conference.

"But I want to reassure the community at this stage it appears that he acted solely and alone," Cook added.

A man in his 30s was found at the scene with a stab wound to his back. He was taken to a hospital in serious but stable condition, a police statement said.

Police and Australian Security Intelligence Organization agents have been conducting a counterterrorism investigation in the east coast city of Sydney since another 16-year-old boy stabbed an Assyrian Orthodox bishop and priest in a church on April 15.

That boy has been charged with committing a terrorist act. Six of his alleged associates have also been charged with a range of offenses, including conspiring to engage in or planning a terrorist act. All remain in custody.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG